ໄຂກອງປະຊຸມຄັ້ງທີ40,ຄະນະປະຈຳສະພາແຫ່ງຊາດຊຸດທີ13
ກອງປະຊຸມຄັ້ງທີ 40, ຄະນະປະຈຳສະພາແຫ່ງຊາດ ຊຸດທີ13
(ພາບ: TTXVN)
(vovworld) - ກ່າວຄຳເຫັນທີ່ກອງປະຊຸມຄັ້ງທີ 40, ຄະນະປະຈຳສະພາແຫ່ງຊາດ ຊຸດທີ13, ໃນຕອນເຊົ້າວັນທີ 10/08, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໃຫ້ຮູ້ວ່າ, ກອງປະຊຸມມີຫຼາຍເນື້ອໃນສຳຄັນ, ສຸມໃສ່ກະກ່ຽມໃຫ້ກອງປະຊຸມສະໄໝສາມັນເມື່ອທີ 10 ສະພາແຫ່ງຊາດຫວຽດນາມຊຸດທີ 13. ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະນາ, ໃຫ້ຄຳເຫັນໃສ່ຮ່າງກົດໝາຍ 17 ສະບັບ ແລະ ຮ່າງລັດຖະບັນຍັດ 1 ສະບັບ, ໃນນັ້ນມີຮ່າງກົດໝາຍຫຼາຍສະບັບທີ່ສຳຄັນຄື: ປະມວນກົດໝາຍແພ່ງ (ສະບັບປັບປຸງ); ປະມວນກົດໝາຍດຳເນີນຄະດີອາຍາ (ສະບັບປັບປຸງ); ປະມວນກົດໝາຍວ່າດ້ວຍການດຳເນີນຄະດີແພງ (ສະບັບປັບປຸງ)… ທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດ ກໍພິຈາລະນາເລື່ອງປະກາດໃຊ້ຫຼັກການ, ມາດຕະຖານ ແລະ ກຳນົດການຈັດແບ່ງທຶນພັດທະນາແຫຼ່ງງົບປະມານແຫ່ງລັດໄລຍະ 2016 – 2020; ເລື່ອງເຂົ້າຮ່ວມສົນທິສັນຍາ ວຽນ ປີ 1980; ການປັບປຸງ, ເພີ່ມເຕີມຂໍ້ກຳນົດກົດລະບຽບກອງປະຊຸມສະພາແຫ່ງຊາດ…
ພາຍຫຼັງພິທີໄຂ, ຄະນະປະຈຳສະພາແຫ່ງຊາດ ໃຫ້ຄຳເຫັນກ່ຽວກັບບັນດາບັນຫາໃຫຍ່ທີ່ຍັງມີຄວາມເຫັນແຕກຕ່າງກັນ ຂອງກົດໝາຍປັບປຸງ, ເພີມເຕີມບາງມາດຕາຂອງກົດໝາຍວ່າດ້ວຍບັນຊີ. ມີຫຼາຍຄຳເຫັນສະເໜີຄະນະຮຽບຮຽງຕ້ອງກວດກາຄືນເພື່ອໃຫ້ມີບັນດາຂໍ້ກຳນົດລະອຽດກວ່າ ໃນຮ່າງກົດໝາຍ. ຄະນະປະຈຳສະພາແຫ່ງຊາດ ໃຫ້ຄຳເຫັນກ່ຽວກັບບາງບັນຫາໃຫຍ່ທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງປະມວນກົດໝາຍວ່າດ້ວຍຄ່າທຳນຽມ.
ຕອນບ່າຍວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນກ່ຽວກັບການປະກາດຫຼັກການ, ມາດຕະການ ແລະ ກຳນົດການຈັດແບ່ງທຶນພັດທະນາແຫຼ່ງງົບປະມານແຫ່ງລັດໄລຍະ 2016 – 2020 ແລະ ຮ່າງກົດໝາຍວ່າດ້ວຍສະຖິຕິ (ສະບັບປັບປຸງ).