ໄຂກອງປະຊຸມຄັ້ງປະຖົມມະເລີກສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຊຸດທີ 12

ໄຂກອງປະຊຸມຄັ້ງປະຖົມມະເລີກສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຊຸດທີ 12 - ảnh 1ໄຂກອງປະຊຸມຄັ້ງປະຖົມມະເລີກສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຊຸດທີ 12 - ảnh 2
ວາລະ​ໄຂ​ກອງ​ປະຊຸມ

(ພາບ: baomoi.com)

(vovworld)-​ ​​ຕອນ​ເຊົ້າວັນ​ທີ 5/3, ກອງ​ປະຊຸມ​ຄັ້ງປະຖົມມະ​ເລິກ,ຂອງສະພາ ຜູ້ແທນປະຊາຊົນແຫ່ງຊາດຈີນ ຊຸດ​ທີ 12 ​ໄດ້​ໄຂຂຶ້ນຢ່າງ​ເປັນ​ທາງ​ການຢູ່​ນະຄອນຫຼວງ​ປັກ​ກິ​ງ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງສະມາຊິກສະພາ​ເກືອບ 3000 ທ່ານ,​ ບັນດາ​​ຜູ້ນຳ​ຂັ້ນສູງຂອງ​ພັກ ​ແລະ ລັດ​ຈີນ. ທີ່​ວາລະ​ປະຊຸມ, ບັນ​ດາສະມາຊິກສະພາ​ໄດ້​ດຳ​ເນີນ​ການ​ເລືອກ​ຕັ້ງບັນດາ​ຕຳ​ແໜ່​ງການ​ນຳ​ຫຼັກ​ແຫຼ່ງ ລວມມີ​ປະທານ​ປະ​ເທດ ​ແລະ ບັນດາ​ຮອງ​ປະທານ​ປະ​ເທດ, ນາ​ຍົກ​ລັດຖະມົນຕີ ​ແລະ ບັນດາ​ຮອງ​ນາຍົກລັດຖະມົນຕີ, ກຳມະການ​ລັດຖະບານ ​ແລະ ບັນດາ​ສະມາຊິກ​ລັດຖະບານ ພ້ອມ​ທັງ​ຮັບຮອງ​ເອົາ​ແຜນການ​ປະຕິ​ຮູບ​ອົງ​ປະກອບລັດຖະບານ. ​ໃນ​ບົດ​ລາຍ​ງານ​ການ​ວຽກ​ງານ​ຂອງ​ລັດຖະບານ​ທີ່​ວາລະ​ໄຂ, ທ່ານ​ນາຍົກລັດຖະມົນຕີຈີນ ​ເວີຍ​ເຈຍ​ປາວ ​ເນັ້ນໜັກ​ວ່າ ຈີນ ຈະ​ສືບ​ຕໍ່​ປະຕິບັດ  “ນະ​ໂຍາຍ​ປີ​ງົບປະມານຢ່າ​ງ​ຕັ້ງໜ້າ“ ​ແລະ “ນະ​ໂຍາຍ​ເງິນ​ຕາ​ຢ່າງລະມັດລະວັງ“ ​ເພື່ອ​ແນ​ໃສ່​ປະຕິບັດ​ໃຫ້​ໄດ້​ຈຸດໝາຍ​ການ​ເຕີບ​ໂຕ​ເສດຖະກິດ​ປີ 2013 ​ແມ່ນ 7,5%, ການ​ຄວບ​ຄຸ​ມ​ໄພ​ເງິນ​ເຟີ້​ບັນລຸ​ລະດັບ​ປະມານ 3,5%. ກ່ຽວ​ກັບ​ງົບປະມານ, ບົດ​ລາຍ​ງານ​ວາງ​ຈຸດໝາຍ​ການ​ຂາດ​ດຸນ​ຢູ່​ໃນ​ລະດັບ 191 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ 2013. ກ່ຽວ​ກັບ​ການ​ປ້ອງກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ຈີນ ມີ​ແຜນການ​ເພີ່ມ​ງົບປະມານ​ປ້ອງ​ກັນຊາ​ດ​ໃນ​ປີ 2013 ຕື່ມ​ອີກ 114,3 ຕື້​ໂດ​ລາ​ສະຫະລັດ. ບົດ​ລາຍ​ງານ​ເນັ້ນໜັກ​ວ່າ, ປີ 2013 ​ແມ່ນ​ປີ​ທຳ​ອິດ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫ່ຍຊຸດທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ ​ແລ​ະ ​ແມ່ນ​ປີ​ມີ​ຄວາມ​ໝາຍສຳຄັນ​ໃນ​ການ​ສືບ​ຕໍ່​ປະຕິບັດ​ແຜນການ 5 ປີ​ຄັ້ງທີ 2 ​ແລະ ສ້າງ​ພື້ນຖານ​ໝັ້ນຄົງ​ໃຫ້​ແກ່​ການ​ປະຕິບັດ​ຈຸດໝາຍ​ສ້າງ​ສັງຄົມ​ວັດທະນາ​ຖາວອນຮອບດ້ານ​ສຳ​ເລັດ. ຄາ​ດວ່າ, ກອງປະຊຸມ​ຄັ້ງປະຖົມມະ​ເລິກ,ຂອງສະພາຜູ້ແທນປະຊາຊົນ ແຫ່ງຊາດ ຈີນ ຊຸດ​ທີ 12 ຈະ​ດຳ​ເນີນ​ຮອດ​ວັນ​ທີ 17/3 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ