ກອງປະຊຸມຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຄັ້ງທີ່ 4 ຊຸດທີ່ 7ໄດ້ຖືກໄຂຂຶ້ນໃນຕອນເຊົ້າວັນທີ່ 11 ມັງກອນ ຢູ່ນະຄອນໂຮ່ຈິມິນ. ປີ 2011, ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການສະມາຊິກຂອງ ແນວໂຮມສືບຕໍ່ຢັ້ງຢືນ ແລະ ເສີມຂະຫຍາຍບົດບາດຂອງຕົນ, ປະກອບສ່ວນຢ່າງ ແທ້ຈິງເຂົ້າໃນຜົນງານລວມຂອງທົ່ວປະເທດ, ເປັນຕົ້ນແມ່ນການປະກອບສ່ວນ ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ່ 11 ຂອງພັກ, ການເລືອກຕັ້ງ ສສຊ ຊຸດທີ່ 13, ການເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນຕ່າງໆອາຍຸການ 2011-2016 ຢ່າງສຳເລັດຜົນ, ພ້ອມກັນນັ້ນກໍຂົນຂວາຍປະຊາຊົນທຸກຊັ້ນຄົນ ຍູ້ແຮງບັ້ນຂົນຂວາຍ “ ຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານໂຮຈິມິນ”. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງສະເໜີ ແນວໂຮມປະເທດຊາດຫວຽດນາມ ຈົ່ງສືບຕໍ່ເພີ່ມທະວີຍົກສູງຄຸນນະພາບັບນດາການເຄື່ອນໄຫວເຜີຍແຜ່ທັດສະນະ, ແນວທາງຂອງພັກ, ນະໂຍບາຍຂອງລັດເຖິງປຊາຊົນທຸກຊັ້ນຄົນ, ພ້ອມທັງຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມ ແບບຢ່າງຄຸນສົມບັດຂອງປະທານໂຮຈິມິນ. ທ່ານປະທານປະເທດ ເຈືອງເຕີນຊາງ ກ່າວວ່າ:
“ແນວໂຮມປະເທດຊາດທຸກຂັ້ນຕ້ອງປະຕິບັດວຽກງານຈັດຕັ້ງ, ປຸກລະດົມປະຊາຊົນເຂົ້າຮ່ວມການຄົ້ນພົບ, ຕໍ່ສູ້ກັບບັນດາພະນັກງານ, ສະມາຊິກພັກທີ່ມີການກະທຳສໍ້ລາດບັງຫຼວງ, ຟຸມເຟືອຍ, ອາດຍາສິດ, ເສື່ອມທາດຂາດຄຸນ, ເຖິງວ່າຈະແມ່ນໃຜ, ຢູ່ຂັ້ນໃດ, ຄວນສ້າງຫາງສຽງສັງຄົມເພື່ອຕຳນິຕິຕຽນໄພອັນຕະລາຍນີ້. ສະເໜີຕໍ່ພັກ, ລັດ ຢ່າງທັນການເພື່ອເຊີດຊູບັນດາຜູ້ທີ່ມີຄຸນງາມຄວາມດີ, ປະກອບສ່ວນເຂົ້າໃນວຽກງານກໍ່ສ້າງພັກ ແລະ ປົກປັກຮັກສາຜູ້ທີ່ໄດ້ຕໍ່ສູ້ກັບໄພສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້”
ກອງປະຊຸມຈະອັດລົງໃນວັນທີ່ 12 ມັງກອນ.