ໄຂກອງປະຊຸມຄະນະພັກກອງທັບສູນກາງຄັ້ງທີ 10

(VOVWORLD) -ຕອນບ່າຍວັນທີ 8 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະພັກກອງທັບສູນກາງໄດ້ດຳເນີນກອງປະຊຸມຄັ້ງທີ 10, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ເລຂາຄະນະພັກກອງທັບສູນກາງ ໄດ້ສົ່ງເນື້ອໃນບົດກ່າວປາໄສຊີ້ນຳ. ທ່ານປະທານປະເທດໂຕເລີມ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ
ໄຂກອງປະຊຸມຄະນະພັກກອງທັບສູນກາງຄັ້ງທີ 10 - ảnh 1

ກອງປະຊຸມຄະນະພັກກອງທັບສູນກາງຄັ້ງທີ 10 ຖືກໄຂຂຶ້ນຢູ່ຮ່າໂນ້ຍ

ໃນບົດກ່າວປາໄສສົ່ງເຖິງກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ສະເໜີໃຫ້ຄະນະພັກກອງທັບສູນກາງສຸມໃສ່ຊີ້ນຳ ຄວາມຕັດສິນໃຈ 5 ຂໍ້ ແລະ ຄວາມເປັນເຈົ້າການ 5 ຂໍ້

   . ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ, ທ່ານປະທານປະເທດ ໂຕເລີມ ເນັ້ນໜັກເຖິງຫຼາຍບັນຫາທີ່ ຄະນະພັກກອງທັບສູນກາງ ແລະ ກະຊວງປ້ອງກັນປະເທດຕ້ອງປະຕິບັດ. ໃນນັ້ນ ເພີ່ມທະວີກຳລັງບົ່ມຊ້ອນດ້ານປ້ອງກັນປະເທດ, ສຸມໃສ່ກໍ່ສ້າງພື້ນຖານການປ້ອງກັນປະເທດທົ່ວປວງຊົນຕິດພັນກັບພື້ນຖານການປ້ອງກັນຄວາມສະຫງົບປະຊາຊົນ, ປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ    ບັນດາການເຄື່ອ່ນໄຫວພັດທະນາເສດຖະກິດທະເລ.

     ສ່ວນທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະເໜີໃຫ້ ຄະນະພັກກອງທັບສູນກາງ ສືບຕໍ່ເປັນເຈົ້າການ, ມີໄຫວພິບ, ກຳແໜ້ນ, ຄາດຄະເນ, ຕີລາຄາສະພາບການຢ່າງຖືກຕ້ອງ, ເປັນເສນາທິການໃຫ້ແກ່ພັກ, ລັດ ວາງແຜນນະໂຍບາຍ ຍຸດໂທການທະຫານ ແລະ ການປ້ອງກັນປະເທດ ຕອບສະໜອງໜ້າທີ່ປົກປັກຮັກສາປະເທດຊາດໃນສະເພາະໜ້າ ແລະ ຍາວນານ.

ຕອບກັບ

ຂ່າວ/ບົດ​ອື່ນ