ໄຂກອງປະຊຸມທີ2ສະພາຜູ້ແທນປະຊາຊົນແຫ່ງຊາດຈີນຊຸດທີ12
ກອງປະຊຸມຖືກໄຂຂຶ້ນໃນຕອນເຊົ້າວັນທີ 5/3
(ພາບ: ສຳນັກຂ່າວສານ ຊິນຮວາ-TTXVN)
(vovworld) – ຕອນເຊົ້າວັນທີ 5/3, ກອງປະຊຸມທີ 2 ສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ຊຸດທີ 12, ຖືກໄຂຂຶ້ນຢູ່ຫໍປະຊຸມຜູ້ແທນປະຊາຊົນທີ່ນະຄອນຫຼວງ ປັກກິງ.
ມາເຂົ້າຮ່ວມມີທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສື້ຈິນຜິງ, ທ່ານນາຍົກລັດຖະມົນຕີ ຫຼີເຄີສ່ຽງ, ປະທານສະພາປຶກສາການເມືອງແຫ່ງຊາດ ຈີນ ຢູເຈິງເຊິງ ພ້ອມກັບສະມາຊິກສະພາຜູ້ແທນປະຊາຊົນແຫ່ງຊາດເກືອບ 3.000 ທ່ານ.
ບົດລາຍງານກ່ຽວກັບວຽກງານຂອງລັດຖະບານພາຍຫຼັງພິທີໄຂ, ທ່ານນາຍົກລັດຖະມົນຕີ ຫຼີເຄີສ່ຽງ ຮັບຮູ້ວ່າ, ເສດຖະກິດໂລກຟື້ນຟູຢ່າງຊັກຊ້າ, ບັນດາປະເທດປັບປຸງນະໂຍບາຍເສດຖະກິດມະຫາພາກໄດ້ກໍ່ຄວາມຫຍຸ້ງຍາກສຳລັບ ຈີນ... ໄພສໍ້ລາດບັງຫຼວງໃນບັນດາອົງການຂອງລັດສືບຕໍ່ຜັນແປໄປຢ່າງສັບສົນ.
ໃນບົດລາຍງານກ່ຽວກັບກ່ຽວກັບງົບປະມານທີ່ສະພາຜູ້ແທນປະຊາຊົນແຫ່ງຊາດ ປຶກສາຫາລືໃນວັນທີ 5/3, ຈີນ ຄາດວ່າ, ເພີ່ມ 12,2% ງົມປະມານການປ້ອງກັນປະເທດໃນປີ 2014 ຂຶ້ນເຖິງ 132 ຕື້ USD, ສືບຕໍ່ທ່າເຕີບໂຕດ້ວຍ 2 ຕົວເລກໃນງົບປະມານປ້ອງກັນປະເທດຕະຫຼອດ 2 ທັດສະວັດທີ່ຜ່ານມາ.
ຕາມແຜນການແລ້ວ, ກອງປະຊຸມຄັ້ງທີ 2 ສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ຊຸດທີ 12 ຈະສິ້ນສຸດລົງໃນຕອນເຊົ້າວັນທີ 13/3.