ກອງປະຊຸມທາບທາມຄຳເຫັນຂັ້ນລັດຖະມົນຕີກ່ຽວກັບການເຈລະຈາ Abu Dhabi ຄັ້ງທີ 3
ພາບ: abudhabidialogue.org
|
(vovworld)- ວັນທີ 23/1, ກອງປະຊຸມທາບທາມຄຳເຫັນຂັ້ນລັດຖະມົນຕີກ່ຽວກັບການເຈລະຈາ Abu Dhabi ຄັ້ງທີ 4 (ADD -4 ) ໄດ້ໄຂຂຶ້ນຢູ່ນະຄອນຫລວງ Colombo ປະເທດ ສີລັງກາ ໂດຍມີການເຂົ້າຮ່ວມຂອງລັດຖະມົນຕີແຮງງານ ມາຈາກ 17 ປະເທດສະມາຊິກເຂົ້າຮ່ວມການເຈລະຈາ ADD. ໃນການປະຊຸມຢ່າງເປັນທາງການຊື່ງດຳເນີນໃນເວລາ 2 ວັນ, ກອງປະຊຸມຈະສຸມໃສ່ປຶກສາຫາລືບັນດາມາດຕະການຊຸກຍູ້ການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍໃນການແກ້ໄຂບັນດາສິ່ງທ້າທາຍກ່ຽວຂ້ອງເຖິງການຮັບສະໝັກຄົນງານກໍຄືພິຈາລະນາເລືອກເຟັ້ນບັນດາຮູບແບບຮັບສະໝັກຄົນງານປ່ຽນແທນ. ພາຍຫລັງກອງປະຊຸມທາບທ່າມຄຳເຫັນຂັ້ນລັດຖະມົນຕີກ່ຽວກັບການເຈລະຈາ ADD ຄັ້ງທີ 3 ຢູ່ Dubai ເມື່ອປີ 2016, ສິີລັງກາ ໄດ້ຮັບດຳລົງຕຳແຫນ່ງເປັນປະທານຂອງ ADD 4 ຊື່ງລວມມີ: 17 ສະມາຊິກຄື: ອາບການິສະຖານ, ບາເຣນ, ບັງກະລາເທດ, ຈີນ, ອິນເດຍ, ອິນໂດເນເຊຍ, ຄູເວດ, ເນປານ, ໂອມານ, ປາກິສະຖານ, ຟິລີບປີນ, ກາຕາ, ອາຣັບບີ ຊາອຸດີ, ສີລັງກາ, ໄທ, ຢູໄນເຕັດ ອາຣັບເອມີເລດ ແລະ ຫວຽດນາມ.