ໄຂກອງປະຊຸມພະແນກຕາອາຊຽນຄັ້ງທີ2
(ພາບ: baodongkhoi)
(vovworld) - ຕອນບ່າຍວັນທີ 29/10, ຢູ່ຮ່າໂນ້ຍ, ສະມາຄົມພະແນກຕາຫວຽດນາມ ໄດ້ໄຂກອງປະຊຸມພະແນກຕາອາຊຽນ ຄັ້ງທີ 2 (AOS 2015) ແລະ ໄຂກອງປະຊຸມພະແນກຕາຫວຽດນາມ ປີ 2015. ກອງປຊຸມມີການເຂົ້າຮ່ວມຂອງຜູ້ແທນຫວຽດນາມເກືອບ 1.000 ຄົນ ແລະ ຜູ້ແທນສາກົນກວ່າ 230 ຄົນ, ເຊິ່ງແມ່ນບັນດາທ່ານໝໍພະແນກຕາ ທີ່ມາຈາກບັນດາປະເທດອາຊຽນ ແລະ ປະເທດຕ່າງໆເຊັ່ນ: ອາເມລິກາ, ຍີ່ປຸ່ນ, ອົດສະຕາລີ, ອິນເດຍ… ໃນ 3 ວັນດຳເນີນກອງປະຊຸມແຕ່ວັນທີ 29-31/10, ຈະມີບົດລາຍງານ 289 ບົດຖືກສະເໜີທີ່ກອງປະຊຸມ, ເຊິ່ງສຸມໃສ່ຂະແໜງສະເພາະໃນພະແນກຕາເຊັ່ນ Glocom, ແກ້ວຕາ, ປ້ອງກັນ ແລະ ຕ້ານຕາບອດ, ຕາເດັກນ້ອຍ…