ທ່ານ Pham Binh Minh ລັດຖະມົນຕີການຕ່າງປະເທດ ຫວຽດນາມ
ທີ່ກອງປະຊຸມ
ພາບ:TTXVN |
(vovword) - ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນຄັ້ງທີ 45 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 9/7 ຢູ່ ນະຄອນຫລວງ ພະນົມເປັນປະເທດ ກຳປູເຈຍ ພາຍໃຕ້ການເປັນປະທານຂອງປະເທດເຈົ້າພາບ ກຳປູເຈຍ. ອ່ານສູນທອນພົດໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ ສົມເດັດ ຮຸນແຊນ ໄດ້ຢືນຢັນວ່າ: ຜ່ານ 45 ປີແຫ່ງການສ້າງຕັ້ງ, ປະຈຸບັນ ອາຊຽນ ໄດ້ກາຍເປັນພາກສ່ວນການເມືອງສຳຄັນ ແລະ ເສດຖະກິດເຊື່ອມໂຍງຢ່າງແຫນ້ນແຟ້ນ, ເປັນສະມາຊິກມີຜົນສະທ້ອນຢູ່ ອາຊີ ແລະ ບັນດາຄູ່ຮ່ວມມືຍຸດທະສາດບໍ່ອາດປ່ຽນແທນຂອງບັນດາປະເທດໃຫຍ່ ແລະ ອົງການຈັດຕັ້ງໃນໂລກ. ບັນດາຜົນງານໃຫຍ່ຫລວງຂອງ ອາຊຽນ ແມ່ນໝາກຜົນຂອງຄຳໝັ້ນສັນຍາ ແລະ ເຈດຈຳນົງດ້ານການເມືອງຢ່າງແຂງແຮງຂອງບັນດາປະເທດສະມາຊິກໃນການຮ່ວມມືນຳກັນຢ່າງແຫນ້ນແຟ້ນ ຕາມເນື້ອໃນຈິດໃຈເປັນເອກະພາບ ແລະ ສາມັກຄີ, ມິດຕະພາບ ແລະ ການຮ່ວມມື. ພາຍຫລັງພິທີໄຂ, ບັນດາທ່ານລັດຖະມົນຕີການຕ່າງປະເທດ ອາຊຽນ ຈັດວາລະການປະຊຸມ ຄົບຄະນະ, ກ່ອນຈັດການປະຊຸມວົງແຄບໃນຕອນບ່າຍວັນດຽວກັນ. ບັນດາທ່ານລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ປຶກສາຫາລືບາງບັນຫາຄື: ຊຸກຍູ້ການສ້າງປະຊາຄົມອາຊຽນໃນປີ 2015, ໂອ້ລົມສົນທະນາລະຫວ່າງ ອາຊຽນ ແລະ ຈີນ ກ່ຽວກັບການສ້າງຂໍ້ກຳນົດການປະພຶດຢູ່ທະເລຕາເວັນອອກ COC, ການຮ່ວມມືລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືໃນຂອບເຂດສົນທິສັນຍາພາກພື້ນອາຊີຕາເວັນອອກສຽງໃຕ້ປອດອາວຸດນິວເຄຼຍ, ທິດທາງການຮ່ວມມືພັດທະນາອາຊຽນ ຮອດປີ 2015 - ອາຊຽນປອດຢາເສບຕິດ.
Manh Hiep ນັກຂ່າວ VOV ປະຈຳ ກຳປຸູເຈຍ