ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 56

(VOVWORLD) - ທີ່ກອງປະຊຸມທາງການເຊິ່ງຈັດຂຶ້ນເປັນເວລາ 4 ວັນນັ້ນ, ຈະຈັດກອງປະຊຸມ 17 ຄັ້ງ, ສຸມໃສ່ 8 ໂຄງການດຳເນີນງານ ປິ່ນອ້ອມບັນຫາຄວາມໝັ້ນຄົງ, ສັນຕິພາບ...
ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 56 - ảnh 1  AMM – 56 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໂດຍມີການເຂົ້າຮ່ວມຂອງ 29 ປະເທດ ແລະ 18 ສະຫະສະມາຄົມ

        ຕອນເຊົ້າວັນທີ 11 ກໍລະກົດ, ຢູ່ ຈາກາກຕາ, ປະເທດ ອິນໂດເນເຊຍ, ໄດ້ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ຄັ້ງທີ 56 (AMM - 56) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມບັນດາກອງປະຊຸມ.

        AMM – 56 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໂດຍມີການເຂົ້າຮ່ວມຂອງ 29 ປະເທດ ແລະ 18 ສະຫະສະມາຄົມ. ທີ່ກອງປະຊຸມທາງການເຊິ່ງຈັດຂຶ້ນເປັນເວລາ 4 ວັນນັ້ນ, ຈະຈັດກອງປະຊຸມ 17 ຄັ້ງ, ສຸມໃສ່ 8 ໂຄງການດຳເນີນງານ ປິ່ນອ້ອມບັນຫາຄວາມໝັ້ນຄົງ, ສັນຕິພາບ ແລະ ຄວາມສາມາດຟື້ນຟູເສດຖະກິດພາກພື້ນ, ສະພາບການສັບສົນຢູ່ບັນດາຈຸດຮ້ອນເຮັ່ງຂອງພາກພື້ນ ກໍຄືໃນໂລກ. ຄາດວ່າ, ບັນດາລັດຖະມົນຕີຈະຮັບຮອງເອົາເອກະສານຮ່ວມມືປະມານ 40 ສະບັບ.

        ໃນຖານະບົດບາດເປັນອົງການເຊື່ອມຕໍ່ ທີ່ໄດ້ຮັບມອບໝາຍໜ້າທີ່ເຈລະຈາເອກະສານບາງສະບັບທີ່ກອງປະຊຸມຄັ້ງນີ້, ຄະນະຜູ້ແທນ ຫວຽດນາມ ຢູ່ ອາຊຽນ ໄດ້ຕັ້ງໜ້າ, ເປັນເຈົ້າການປະກອບຫຼາຍຂໍ້ລິເລີ່ມໂດຍ ຫວຽດນາມ ສະເໜີ. ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຜູ້ຮັກສາການປະທານກອງປະຊຸມບັນດາເຈົ້າໜ້າທີ່ອະວຸໂສ ອາຊຽນ (SOM ASEAN), ໃຫ້ຮູ້ວ່າ:

        “ການເຂົ້າຮ່ວມຂອງ ຫວຽດນາມ ຄັ້ງນີ້, ກ່ອນອື່ນໝົດແມ່ນເພື່ອຜັນຂະຫຍາຍທຸກມະຕິຂອງພັກ ແລະ ບັນດາແນວທາງ, ແຜນນະໂຍບາຍຂອງ ລັດ ກໍຄືຂອງລັດຖະບານ ຫວຽດນາມ ສຳລັບບັນດາການເຄື່ອນໄຫວຂອງ ຫວຽດນາມ ໃນ ອາຊຽນ. ຫວຽດນາມ ຈະປະກອບສ່ວນເພື່ອບັນລຸໄດ້ຄວາມເຫັນດີເຫັນພ້ອມໃນຂໍ້ຕົກລົງ, ຄວາມກົມກຽວໃນບັນດາຂໍ້ລິເລີ່ມ, ຜົນປະໂຫຍດຂອງບັນດາປະເທດ ແລະ ກໍ່ເຮັດແນວໃດເພື່ອສ້າງການປະພຶດສຳລັບທຸກບັນຫາທີ່ໄດ້ວາງອອກຢ່າງສົມເຫດສົມຜົນ”.

        ໃນຂອບເຂດ AMM – 56 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 11 ກໍລະກົດ, ໄດ້ດຳເນີນກອງປະຊຸມຄະນະບໍລິຫານສົນທິສັນຍາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ປອດອາວຸດນິວເຄຼຍ (SEANWFZ) ແລະ ວາລະພົບປະສົນທະນາກັບບັນດາຜູ້ຕາງໜ້າຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບສິດທິມະນຸດ (AICHR).

ຕອບກັບ

ຂ່າວ/ບົດ​ອື່ນ