ໄຂກອງປະຊຸມລັດຖະມົນຕີອາຊຽນກ່ຽວກັບໂລຫະຄັ້ງທີ5

ໄຂກອງປະຊຸມລັດຖະມົນຕີອາຊຽນກ່ຽວກັບໂລຫະຄັ້ງທີ5 - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ ສົມ​ສະຫວາດ ​ເລັ່ງສະຫວັດ
ກ່າວຄຳເຫັນທີ່ກອງປະຊຸມ)


(vovworld) – ຕອນ​ເຊົ້າ​ວັນ​ທີ 10/09, ຢູ່​ນະຄອນຫຼວງ​ວຽງ​ຈັນ, ປະ​ເທດ​ລາວ, ​ໄດ້ຈັດ​ກອງ​ປະຊຸມ​ລັດຖະມົນຕີ​ອາ​ຊຽນ ກ່ຽວ​ກັບໂລ​ຫະຄັ້ງ​ທີ 5. ກອງ​ປະຊຸມ​ໄດ້​ຕີ​ລາຄາໝາກຜົນ​ແຜນການ​​​ຮ່ວມ​ມື​ອາ​ຊຽນ ກ່ຽວ​ກັບ​ໂລຫະ (AMCAP) ​ໄລ​ຍະ 2011 – 2015 ​ແລະ ປຶກສາ​ຫາລື​ເພື່ອ​ຮັບຮອງ​ເອົາ AMCAP ​ໄລຍະ 2016 – 2025. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດ​ຍທ່ານ ​ເຈີ​ນຮົ່ງຮ່າ, ລັດຖະມົນຕີ​ຊ່ວຍ​ວ່າ​ການ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວ​ດລ້ອມ​ນຳ​ໜ້າ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ​ລາວ ສົມ​ສະຫວາດ ​ເລັ່ງສະຫວັດ ປາດ​ຖະໜາ​ວ່າ, ບັນດາ​ປະ​ເທດ​ອາ​ຊຽນ ຈະຮ່ວມ​ມື​ໃນ​ຂົງ​ເຂດ​ໂລຫະ​ຢ່າງ​ແໜ້ນ​ແຟ້ນກວ່າອີກ, ພິ​ເສດ​ແມ່ນ​ສຸມ​ໃສ່​ຈັດ​ຕັ້ງ​ການ​ປະຕິບັດ​ແຜນການຮ່ວມ​ມື​ອາ​ຊຽນ ​​ກ່ຽວ​ກັບ​ໂລຫະ​ ​ໄລຍະ 2016 – 2020 ​ເປັນ​ຢ່າງ​ດີ. ທ່ານ​ຮອງ​ນາຍົກລັດຖະມົນຕີ ສົມ​ສະຫວາດ ​ເລັ່ງສະຫວັດ ສະ​ແດງ​ຄວາມ​ຫວັງ​ວ່າ​, ບັນດາ​ປະ​ເທດ​ +3 ຈະ​ສືບຕໍ່​ຊ່ວຍ​ເຫຼືອ ​ແລະ ສະໜັບສະໜູ​ນອາ​ຊຽນ, ​ໂດຍ​ສະ​ເພາະ​ແມ່ນຊ່ວຍ​ເຫຼືອ​ດ້ານ​ວິຊາ​ສະ​ເພາະ ​ແລະ ການ​ເງິນ ​ເພື່ອ​ໃຫ້​ອາ​ຊຽນ ຈັດ​ຕັ້ງ​ການ​ປະຕິບັດ​ແຜນການ​ຮ່ວມ​ມື​ດ້ານ​ໂລຫະ ​ໃນ​ໄລຍະ 5 ປີ​ຈະ​ມາ​ເຖິງ ​ເປັນ​ຢ່າງດີ.

ຂ່າວ/ບົດ​ອື່ນ