(vovworld) - ກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳອັນດັບໜຶ່ງຂອງໂລກ (G8) ຖືກໄຂຂຶ້ນເມື່ອວັນທີ 17/06, ຢູ່ ໄອແລນເໜືອ (ລາຊະອານາຈັກອັງກິດ) ດ້ວຍໂຄງການດຳເນີນງານທີມີຄວາມມັກໃຫຍ່ໄຟສູງຫຼາຍຢ່າງ ສຸມໃສ່ເຂົ້າໃນຄວາມມານະພະຍາຍາມຟື້ນຟູພື້ນຖານເສດຖະກິດທົ່ວໂລກທີ່ພວມຊຸດໂຊມ. ວາລະປຶກສາຫາລືຢ່າງເປັນທາງການພ້ອມກັບບັນດາການພົບປະ 2 ຝ່າຍຢູ່ນອກກອງປະຊຸມ ກ່ຽວກັບບັນດາບັນຫາເຄັ່ງຮ້ອນຂອງທົ່ວໂລກສ່ວນໃດສ່ວນໜຶ່ງ ໄດ້ສ່ອງແສງຄວາມບໍ່ລົງລອຍກັນທີ່ພວມຄົງຄ້າງລະຫວ່າງບັນດາປະເທດໃຫຍ່ . ຄວາມບໍ່ລົງລອຍກັນກ່ຽວກັບນະໂຍບາຍສຳລັບຊີຣີ ເຊິ່ງຄຳຖາມໃຫຍ່ກວ່າໝູ່ແມ່ນ ຄວນປະກອບອາວຸດໃຫ້ທະຫານກະບົດຢູ່ປະເທດຕາເວັນອອກກາງນີ້ ຫຼື ບໍ່ ໄດ້ປົກຄຸງດ້ວຍເງົາມືດໄປທົ່ວກອງປະສຸມສຸດຍອດຄັ້ງນີ້. ວິກິດການໜີ້ສາທະລະນະຢູ່ເຂດໃຊ້ສະກຸນເງິນເອີໂລລວມ (Eurozone) ແລະ ບົດບາດຂອງບັນດາທະນາຄານສູນກາງໃນຄວາມມານະພະຍາຍາມຮັກສາສະຖຽນລະພາບຂອງຕະຫຼາດການເງິນເງິນຕາ ກໍຖືກເຕື້ອງເຖິງຢູ່ກອງປະຊຸມຄັ້ງນີ້.