ໄຂກອງປະຊຸມສຸດຍອດ MERCOSUR

(VOVWORLD) - ກອງປະຊຸມມີການເຂົ້າຮ່ວມຂອງການນຳບັນດາປະເທດຂຶ້ນກັບກຸ່ມ MERCOSUR ແລະ ທ່ານປະທານາທິບໍດີ ໂບລິເວຍ Luis Arce.
ໄຂກອງປະຊຸມສຸດຍອດ MERCOSUR - ảnh 1ການນຳບັນດາປະເທດຂຶ້ນກັບກຸ່ມ MERCOSUR ແລະ ທ່ານປະທານາທິບໍດີ ໂບລິເວຍ Luis Arce
(ພາບ: AFP/TTXVN)

        ກອງປະຊຸມສຸດຍອດບັນດາການນຳຂອງກຸ່ມຕະຫຼາດລວມ ອາເມລິກາໃຕ້ (MERCOSUR, ລວມມີ: ອາກຊັງຕິນ, ບຣາຊິນ, ປາຣາກວາຍ, ອູຣູກວາຍ) ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 07 ທັນວາ, ຢູ່ນະຄອນ Rio de Janeiro ຂອງ ບຣາຊິນ. ກອງປະຊຸມມີການເຂົ້າຮ່ວມຂອງການນຳບັນດາປະເທດຂຶ້ນກັບກຸ່ມ MERCOSUR ແລະ ທ່ານປະທານາທິບໍດີ ໂບລິເວຍ Luis Arce.

        ໃນວາລະເຮັດວຽກວັນທີ 07 ທັນວາ, MERCOSUR ໄດ້ປະກາດຂໍ້ຕົກລົງຮັບເອົາ ໂບລິເວຍ ເຂົ້າເປັນສະມາຊິກທາງການທີ 5 ຂອງກຸ່ມນີ້. ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານາທິບໍດີ ບຣາຊິນ Lula da Silva, ຢືນຢັນວ່າ, ເລື່ອງ ໂບລິເວຍ ເຂົ້າເປັນສະມາຊິກຂອງ MERCOSUR ແມ່ນ “ຜົນງານສຳຄັນ” ສຳລັບກຸ່ມນີ້.

        ແລະກໍ່ໃນຂອບເຂດກອງປະຊຸມ, MERCOSUR ໄດ້ລົງນາມໃນສັນຍາການຄ້າເສລີ (FTA) ກັບ ສິງກະໂປ ຢ່າງເປັນທາງການ. ນີ້ແມ່ນຄັ້ງທຳອິດພາຍຫຼັງໄລຍະ 12 ປີທີ່ກຸ່ມນີ້ບັນລຸໄດ້ຂໍ້ຕົກລົງດ້ານການຄ້າກັບຄູ່ຮ່ວມມືນອກກຸ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ