( vovworld ) - ກອງປະຊຸມສຸດຍອດຄັ້ງທີ 25 ຂອງກຸ່ມ NATO ຖືກໄຂຂຶ້ນໃນວັນທີ 20/5 ຢ່າງເປັນທາງການຢູ່ລັດ Chicago, ປະເທດອາເມລິກາ. ທ່ານເລຂາທິການໃຫຍ່ NATO Anders Fogh Rasmussen ແລະ ທ່ານປະທານາທິບໍດີປະເທດເຈົ້າພາບ Barack Obama ໄດ້ເປັນປະທານກອງປະຊຸມ ດ້ວຍການເຂົ້າຮ່ວມຂອງ 50 ປະເທດໃນໂລກ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ Anders Fogh Rasmussen ໃຫ້ຄຳໝັ້ນສັນຍາວ່າ NATO ຈະມອບໂອນໜ້າທີ່ປ້ອງກັນຄວາມສະຫງົບຢູ່ອາບການິດສະຖານ ກ່ອນປີ 2014 ໃຫ້ສຳເລັດ, ກໍຄືຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງກວ້າງແຂວງ ແລະ ແຂງແຮງກວ່າພາຍໃນກຸ່ມ. ໃນຂະນະນັ້ນ, ທ່ານປະທານາທິບໍດີອາເມລິການ Barack Obama ໄດ້ເນັ້ນໜັກວ່າ.
“ ພວກຂ້າພະເຈົ້າກໍທຳນາຍອະນາຄົດຢູ່ອາບການິດສະຖານພາຍຫຼັງປີ 2014, ໃນຈຸດເວລານັ້ນ ພວກຂ້າພະເຈົ້າຈະສິ້ນສຸດໜ້າທີ່ສູ້ຮົບຂອງຕົນ. ພວກຂ້າພະເຈົ້າເຂົ້າໃຈວ່າ ການສູ້ຮົບຢູ່ອາບການິດສະຖານ ໄດ້ສິ້ນສຸດລົງແລ້ວ, ແຕ່ວ່າພວກຂ້າພະເຈົ້າຍັງໃຫ້ຄຳໝັ້ນສັນຍາຈະສືບຕໍ່ການພົວພັນຄູ່ຮ່ວມມື ແລະ ມິດຕະພາບກັບອາບການິດສະຖານ. ແນ່ນອນວ່າ ຍັງຈະມີຫຼາຍຄົນເສຍຊີວິດ ແລະ ຊຸມວັນເດືອນທີ່ຫຍຸ້ງຍາກຢູ່ອາບການິດສະຖານ ຍັງຢູ່ທາງໜ້າ, ແຕ່ພວກຂ້າພະເຈົ້າໄດ້ເຊື້ອໝັ້ນວ່າ ພວກຂ້າພະເຈົ້າພວມກ້າວເດີນຢ່າງຖືກທິດ ແລະ ຕາມຈິດໃຈທີ່ໄດ້ສ່ອງແສງຢູ່ທີກອງປະຊຸມ NATO ໃນມືນີ້ ນັ້ນແມ່ນໂລກພວມໜູນຫຼັງແຜນການທີ່ພວກຂ້າພະເຈົ້າໄດ້ວາງອອກ ”.
ສ່ວນທ່ານປະທານາທິບໍດີອາບການິດສະຖານ Hamid Kazai ທີ່ກ່າວຄຳເຫັນທີ່ກອງປະຊຸມວ່າ ທ່ານພວມລໍຖ້າເລື່ອງ NATO ປະຕິບັດການຖອນທະຫານທັງໝົດໃນປີ 2014 ແລະ ຢືນຢັນວ່າກຳລັງທະຫານຂອງອາບການິດສະຖານ ຈະຮັບພາລະບົດບາດຮັບປະກັນຄວາມສະຫງົບປອດໄພຢູ່ປະເທດນີ້ໃນປີ 2013.