ໄຂກອງປະຊຸມສຸດຍອດ OIC

ໄຂກອງປະຊຸມສຸດຍອດ OIC - ảnh 1
(ພາບ: themuslimtimes.org)
(vovworld) -     ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ 12 ຂອງ​ອົງການ​ຮ່ວມ​ມື​ອິດສະ​ລາມ (OIC) ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ​ໃນ​ວັນທີ 06/02 ຢູ່​ນະຄອນຫຼວງ ກາຍ​ໂຣ, ປະ​ເທດ ອີ​ຢີບ, ດ້ວຍ​​ໂຄງການ​ດຳ​ເນີນ​ງານ​ແມ່ນ​ສະພາບ​ສົງຄາມ​ຢູ່​ຊີຣີ ​ແລະ ການ​ຕໍ່ສູ້​ຕ້ານ​ພວກ​ທະຫານ​​ແຕກ​ທັບ​ສາ​ສະໜາ​ອິດສະ​ລາມຢູ່​ມາລີ. ກອງ​ປະຊຸມ​ໄດ້​ມີ​ການ​ເຂົ້າ​ຮ່ວມຂອງບັນດາ​ປະມຸກລັດຈາກ 27 ປະ​ເທດ ​ໃນ​ຈຳນວນ 57 ປະ​ເທດ​ສະມາຊິກ OIC, ​ໃນ​ນັ້ນມີ​ປະທານາທິບໍດີ​ອີຣານ ​ແລະ ປະທານາທິບໍດີ ຕວກກີ. ທ່ານ​ປະທານາ​ທິບໍດີ Senegal Mac Ky Sall ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ ​ແລະ ນີ້​ກໍ່​ແມ່ນ​ບົດ​ກ່າວ​ປາ​ໄສສຸຸດທ້າຍ ກ່ອນ​ທີ່​ທ່ານ​ມອບ​ໜ້າ​ທີ່​ປະທານ​ຜັດປ່ຽນ OIC ​ໃຫ້​ແກ່​ການ​ນຳ​ຊາວ​ອິດສະ​ລາມ​ຄົນທຳ​ອິດ​ຂອງ​ອີ​ຢີບ, ທ່ານປະທານາທິບໍດີ Mohamed Morsi. ຕາມ​ສຳນັກ​ຂ່າວສານ​ທາງ​ການ MENA ຂອງ​ອີ​ຢີບ ​ແລ້ວ, ກອງ​ປະຊຸມ​ຄັ້ງ​ນີ ​ຄາດ​ວ່າ​ຈະ​ຮັບຮອງ​ເອົາ “ຖະ​ແຫຼ​ງການ ກາຍ​ໂຣ” ກ່ຽວ​ກັບ​ຫຼັກໝັ້ນຂອງ​ບັນດາ​ປະ​ເທດ​ສະມາຊິກ​ທີ່​ມີ​ຕໍ່ບັນດາ​ບັນຫາ​ສາກົນ, ພາກ​ພື້ນ ​ແລະ ​ປະ​ເທດຊາດ. ນັບ​ແຕ່​ເມື່ອ OIC ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນໃນ​ປີ 1969, ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ອີ​ຢີບ ​ເປັນ​ປະທານ​ຂອງ​ອົງການ​ນີ້.
ຂ່າວ/ບົດ​ອື່ນ