ກອງປະຊຸມສຸດຍອດຄວາມໝັ້ນຄົງດ້ານນິວເຄຼຍ
(ພາບ: infonet)
|
(vovworld) – ຕອນບ່າຍວັນທີ 31/3, ຕາມເວລາທ້ອງຖິ່ນ, ຢູ່ທຳນຽບຂາວ, ທ່ານ Barack Obama, ປະທານາທິບໍດີ ອາເມລິກາ ໄດ້ເປັນເຈົ້າພາບຄາບອາຫານຄຳ່ ແລະ ການເຮັດວຽກດ້ວຍຫົວຂໍ້ວ່າ “ທັດສະນະກ່ຽວກັບໄພນາບຂູ່ຈາກຄວາມໝັ້ນຄົງດ້ານນິວເຄຼຍ”, ດ້ວຍການເຂົ້າຮ່ວມຂອງການນຳທີ່ມາຈາກ 50 ປະເທດ, ຊຶ່ງເປັນຂີດໝາຍໄຂກອງປະຊຸມສຸດຍອດຄວາມໝັ້ນຄົງດ້ານນິວເຄຼຍຄັ້ງທີ 4 ຢູ່ນະຄອນຫຼວງ ວໍຊິງຕັນ. ກອງປະຊຸມສຸດຍອດຄວາມໝັ້ນຄົງດ້ານນິວເຄຼຍ ປີນີ້, ຖືກຈັດຂຶ້ນໃນລະຫວ່າງວັນທີ 31/3 – 1/4, ມີຈຸດປະສົງຊຸກຍູ້ປະຊາຄົມໂລກໃກ້ຊິດກັນກ່ວາເພື່ອພ້ອມກັນຮັບມືກັບໄພນາບຂູ່ຈາກການກໍ່ການຮ້າຍດ້ານນິວເຄຼຍໃນທົ່ວໂລກ. ນີ້ກໍແມ່ນເວທີປາໄສເພື່ອໃຫ້ບັນດາການນຳໂລກຢັ້ງຢືນບັນດາຄຳໝັ້ນສັນຍາຄືນໃໝ່ຢູ່ລະດັບສູງສຸດກ່ຽວກັບການເພີ່ມທະວີຄວາມໝັ້ນຄົງດ້ານນິວເຄຼຍ, ວັດຖຸກຳມັນຕະພາບລັງສີ ແລະ ຕ້ານລັດທິກໍ່ການຮ້າຍນິວເຄຼຍ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ນຳໜ້າເຂົ້າຮ່ວມກອງປະຊຸມເພື່ອຢັ້ງຢືນ ແລະ ຍົກສູງນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ກ່ຽວກັບການບໍ່ເຜີຍແຜ່, ມຸ່ງໄປເຖິງການປອດກຳລັງອາວຸດ ແລະ ອາວຸດລ້າງຜານຢ່າງສິນເຊິ່ງ, ໃນນັ້ນມີອາວຸດນິວເຄຼຍ, ນຳໃຊ້ພະລັງງານນິວເຄຼຍເຂົ້າຈຸດໝາຍສັນຕິພາບ, ຮັບປະກັນຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານນິວເຄຼຍ, ກ່າວປະນາມເລື່ອງນຳໃຊ້ພະລັງງານນິວເຄຼຍເພື່ອນາບຂູ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນພາກພື້ນກໍ່ຄືໃນໂລກ.