ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ກ່າວຄຳປາໄສໄຂກອງປະຊຸມ
ພາບ:vtv.vn
|
(vovworld) -ຕອນເຊົ້າວັນທີ 8/5, ກອງປະຊຸມຄັ້ງທີ 9 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XI ຖືກໄຂຂຶ້ນຢ່າງສົມກຽດຢູ່ນະຄອນຫລວງ ຮ່າໂນ້ຍ ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ. ທີ່ກອງປະຊຸມຄັ້ງນີ້, ຄະນະບໍລິຫານງານສູນກາງພັກ ຈະປຶກສາຫາລືຫລາຍເນື້ອໃນ, ໃນນັ້ນ ສະຫລຸບການປະຕິບັດມະຕິສູນກາງຄັ້ງທີ 5 ຊຸດທີ VIII ກ່ຽວກັບການສ້າງ ແລະ ພັດທະນາພື້ນຖານວັດທະນະທຳ ຫວຽດນາມ ທີ່ກ້າວຫນ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ; ບັນດາ ຮ່າງເອກະສານຍື່ນສະເຫນີຕໍ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ການລົງຄະແນນສຽງໄວ້ວາງໃຈ ຕາມເນື້ອໃນຈິດໃຈມະຕິສູນກາງຄັ້ງທີ 4 ຊຸດທີ XI ກ່ຽວກັບການກໍ່ສ້າງພັກ ແລະ ບັນຫາສຳຄັນອື່ນຈຳນວນຫນຶ່ງ.
ເມື່ອເຕື້ອງເຖິງການປະຕິບັດມະຕິສູນກາງພັກຄັ້ງທີ 5 ຊຸດທີ VIII ກ່ຽວກັບການສ້າງ ແລະ ພັດທະນາພື້ນຖານວັດທະນະທຳຫວຽດນາມ ກ້າວຫນ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເນັນຫນັກວ່າ:
“ກອງປະຊຸມຄວນສຸມໃສ່ປຶກສາຫາລື, ຢືນຢັນບັນດາໝາກຜົນ, ຜົນງານທີ່ບັນລຸໄດ້ ພ້ອມທັງຊີ້ໃຫ້ເຫັນຂໍ້ຈຳກັດ, ຄວາມຂາດຕົກບົກຜ່ອງເພ່ືອຖອດຖອນບົດຮຽນ; ສະເຫນີ: ສູນກາງ ຄວນພິຈາລະນາ, ຕົກລົງກ່ຽວກັບຄວາມຈຳເປັນຂອງການສືບທອດ, ເພີ່ມເຕີມ, ພັດທະນາມະຕິສູນກາງຄັ້ງທີ 5 ຊຸດທີ VIII ເພື່ອປະກາດໃຊ້ມະຕິສະບັບໃຫມ່ກ່ຽວກັບການສ້າງ ແລະ ພັດທະນາວັດທະນະທຳ, ຊາວຫວຽດນາມ ດ້ວຍບັນດາເນື້ອໃນປ່ຽນໃຫມ່ຢ່າງລະອຽດ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການພັດທະນາຢ່າງວອ່ງໄວ ແລະ ຍືນຍົງຂອງປະເທດຊາດໃນໄລຍະໃຫມ່”.
ກ່ຽວກັບການກະກຽມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ທ່ານເລຂາທິການໃຫຍ່ ຊີ້ແຈ້ງວ່າ: ຕາມແຜນການ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ຈະດຳເນີນໄປໃນຕົ້ນປີ 2016. ສູນກາງຄວນຍາດເວລາຄົ້ນຄວ້າເອກະສານ, ປຶກສາຫາລື ແລະ ໃຫ້ຄຳເຫັນສຳລັບຫົວເລື່ອງສະເພາະ ແລະ ແນວຄິດຊີ້ນຳຂອງກອງປະຊຸມ.
ກ່ຽວກັບການກໍ່ສ້າງພັກ ແລະ ອຳນາດການປົກຄອງໃຫ້ນັບມື້ນັບປອດໃສ, ເຂັ້ມແຂງ, ທ່ານເລຂາທິການໃຫຍ່ ສະເຫນີ ສູນກາງຄວນປຶກສາຫາລືຢ່າງລະອຽດ, ສ້າງຄວາມເຫັນດີເຫັນພ້ອມຢ່າງສູງກ່ຽວກັບບາງບັນຫາທີ່ຍັງມີຄຳເຫັນແຕກຕ່າງກັນ.
ກ່ຽວກັບການລົງຄະແນນສຽງໄວ້ວາງໃຈສຳລັບບັນດາການນຳອົງຄະນະພັກ ແລະ ພະນັກງານການນຳໃນອົງການພັກ, ລັດ, ແນວໂຮມປະເທດຊາດ ແລະ ອົງການຈັດຕັ້ງມະຫາຊົນການເມືອງ ສັງຄົມ, ທ່ານເລຂາທິການໃຫຍ່ ເນັນຫນັກວ່າ:“ ທີ່ກອງປະຊຸມຄັ້ງນີ້ ສະເຫນີສູນກາງ ສຸມໃສ່ປຶກສາຫາລື, ຢືນຢັນດ້ານດີ, ບັນດາບັນຫາຄວນປັບປຸງ, ເພີ່ມເຕີມຖອດຖອນບົດຮຽນ, ປະກອບຄຳເຫັນຕໍ່ບັນຫາຄວນເພີ່ມເຕີມ, ປັບປຸງ. ”
ຕາມແຜນການ, ກອງປະຊຸມດັ່ງກ່າວຈະເຮັດວຽກຮອດວັນທີ 14/5/2014.