ໄຂກອງປະຊຸມສະມັດຊາໃຫຍ່ IPU – 144
(VOVWORLD) -ຕອນຄ່ຳວັນທີ 20 ມີນາ, ກອງປະຊຸມສະມັດຊາໃຫຍ່ ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 144 ແລະ ກອງປະຊຸມທີ່ກ່ຽວຂ້ອງ ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ ເກາະ ບາລີ ຂອງ ອິນໂດເນເຊຍ, ດ້ວຍການເຂົ້າຮ່ວມຂອງຜູ້ແທນທີ່ມາຈາກ 132 ປະເທດ.
ພິທີໄຂ IPU ຄັ້ງທີ 144 (ພາບ: ສະພາຕ່ຳ ອິນໂດເນເຊຍ) |
ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍ ທ່ານ ຫວູຫາຍຮ່າ ຫົວໜ້າກຳມາທິການການຕ່າງປະເທດ ເປັນຫົວໜ້າຄະນະເຂົ້າຮ່ວມວາລະປະຊຸມຄົບຄະນະ, ກອງປະຊຸມສຳມະນາ, ປຶກສາຫາລື, ກໍຄືການເຄື່ອນໄຫວອື່ນໆໃນຂອບເຂດ IPU ຄັ້ງທີ 144 ດ້ວຍຫົວຂໍ້ “ມຸ່ງໄປເຖິງການຫຼຸດລະດັບການປ່ອຍອາຍພິດລົງຢູ່ໃນລະດັບ 0 - ປຸກລະດົມລັດຖະສະພາເຄື່ອນໄຫວຕ້ານການປ່ຽນແປງຂອງດິນຟ້າອາກາດ.”
ກ່າວຄຳເຫັນໄຂກອງປະຊຸມ IPU ຄັ້ງທີ 144, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ໄດ້ທົບທວນຄືນສິ່ງທ້າທາຍ ເຊິ່ງປະຊາຄົມສາກົນພວມປະເຊີນໜ້າ, ໂດຍຖືວ່າ ການປ່ຽນແປງຂອງດິນຟ້າອາກາດແມ່ນ “ສິ່ງທ້າທາຍຮ້າຍແຮງ” ຖ້າຫາກວ່າ ລັດຖະບານ ແລະ ສະພາແຫ່ງຊາດບັນດາປະເທດບໍ່ມີນະໂຍບາຍເພື່ອແກ້ໄຂຢ່າງທັນການ. ໂດຍດຳເນີນແຕ່ວັນທີ 20 ຫາວັນທີ 24 ມີນາ, IPU ຄັ້ງທີ 144 ຈະປຶກສາຫາລືບັນດາບັນຫາກ່ຽວກັບດິນຟ້າອາກາດ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ບົດບາດຂອງໄວໜຸ່ມໃນຂົງເຂດການເມືອງ ແລະ ການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ.
ເຮືອງຈາ - ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ອິນໂດເນເຊຍ