ໄຂກອງປະຊຸມສະໄຫມສາມັນເທື່ອທີ 4 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13

ໄຂກອງປະຊຸມສະໄຫມສາມັນເທື່ອທີ 4 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ກ່າວປາໄສໄຂກອງປະຊຸມ
ພາບ: baodientu.chinhphu.vn


(vovworld) - ປະຊຸມສະ​ໄຫມສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 22/10 ຢູ່ ຮ່າ​ໂນ້ຍ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ການ​ນຳ​ພັກ, ລັດ, ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ເກືອບ 500 ທ່ານ. ​ກ່າວ​ປາໄສໄຂ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້ຄາດ​ວ່າ​ຈະ​ເຮັດ​ວຽກ​ມາ​ເປັນ​ເວລາ 26 ວັນ, ​ແລະ ຈະ​ພິຈາລະນາ​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ ສັງຄົມ, ງົບ​ປະ​ມານ​ແຫ່ງ​ລັດ​ປີ 2012, ຮັບຮອງ​ເອົາແຜນການພັດທະນາ​ເສດຖະກິດ ສັງຄົມ, ​ແຜນ​ງົບປະມານ​ແຫ່ງ​ລັດ ​ແລະ ວິທີ​ຈັດ​ແບ່ງ​ງົບປະມານ​ສູນ​ກາງ​ປີ 2013. ກ່ຽວ​ກັບ​ວຽກ​ງານ​ນິຕິບັນຍັດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ຊີ້​ແຈງ​ວ່າ:

        “ທີ່​ກອງປະຊຸມ​ເທື່ອ​ນີ້, ສະພາ​ແຫ່ງ​ຊາດ​ຈະ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992, ບົນ​ພື້ນຖານ​ພິຈາລະນາ, ຕັດສິນ​ການຈັດ​ຕັ້ງ​ຮັບ​ເອົາ​ຄວາມ​ເຫັນ​ຈາກ​ປະຊາຊົນ​ກ່ຽວ​ກັບ​ຮ່າງ​ປັບປຸງ​ລັດຖະທຳ​ມະນູນ, ຮັບ​ຮອງ​ເອົາ​ມະຕິ​ຮັບເອົາ​ບັດໄວ້ວາງໃຈສຳລັບຜູ້ດຳລົງຕຳແຫນ່ງໂດຍສະພາແຫ່ງຊາດ,​ ສະພາປະຊາຊົນ ເລືອກ​ຕັ້ງ​ຫລື​ໃຫ້​ສັດຕະຍາບັນ, ພິຈາລະນາ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ 9 ສະບັບ.”

        ກ່ຽວ​ກັບ​ວຽກ​ງານ​ຕິດຕາມ​ກວດກາ, ທ່ານ​ ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ຢືນຢັນ​ວ່າ: ກອງ​ປະຊຸມ​ເທື່ອນີ້, ສະພາ​ແຫ່ງ​ຊາດ​ຈະ​ດຳ​ເນີນ​ການ​ຕິດຕາມ​ກວດກາ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ໃນ​ການ​ແກ້​ໄຂ​ຄຳ​ຮ້ອງທຸກ, ກ່າວ​ຟ້ອງ​ຂອງ​ພົນລະ​ເມືອງ​ສຳລັບ​ບັນດາ​ຂໍ້​ຕົກລົງ​ບໍລິຫານກ່ຽວ​ກັບ​ທີ່​ດິນ, ພິຈາລະນາ​ບົດ​ລາຍ​ງານໝາກຜົນ​ແຫ່ງ​ການ​ຕິດຕາມ​ກວດກາ​ເພື່ອ​ໃຫ້​ສະພາ​ຊົນ​ເຜົ່າ, ບັນດາ​ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ​ປະຕິບັດ, ຮັບ​ຟັງ​ບົດລາຍ​ງານ​ໝາກຜົນ​​ແຫ່ງ​ການ​ແກ້​ໄຂ​ຂໍ້ສະ​ເຫ​ນີຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ດຳ​ເນີນ​ການ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ ​ແລະ ຮັບ​ຮອງ​ເອົາ​ມະຕິ​ກ່ຽວ​ກັບ​ໂຄງການ​​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ​ປີ 2013.

ທີ່​ວາ​ລະ​ໄຂ​ກອງ​ປະຊຸມ, ບັນດາ ສສຊ ​ໄດ້ຮັບ​ຟັງ​ບົດ​ລວບ​ລວມຄຳ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ບົດ​ລາຍ​ງານ​ກວດກາ​ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2012, ​ ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2013, ​ບົດ​ລາຍ​ງານ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້າ​ນການ​ສໍ້​ລາດ​ບັງ​ຫລວງ​ປີ 2012, ບົດ​ລາຍ​ງານ​ການ​ກວດກາ ວຽກ​ງານ​ປ້ອງ​ກັນ ​ແລະ ຕ້າ​ນການ​ສໍ້​ລາດ​ບັງ​ຫລວງ​ປີ 2012. ພິ​ເສດ ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ສະ​ເຫ​ນີບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ​ສັງຄົມ​ປີ 2012 ​ແລະ ຫນ້າ​ທີ່​ເສດຖະກິດ​ສັງຄົມ​ປີ 2013.

ກອງ​ປະຊຸມສະໄໝສາມັນເທື່ອທີ່ 4 ສະພາແຫ່ງຊາດຫວຽດນາມຊຸດ ທີ່ 13 ໄດ້ດຶງດູດຄວາມສົນໃຈຈາກຜູ້ມີສິດ ເລືອກຕັ້ງ​ໃນ​ທົ່ວ​ປະ​ເທດ. ຜູ້ມີສິດເລືອກຕັ້ງ​​ໄດ້​ຝາກ​ຄວາມ​ມຸ່ງ​ມາດ​ປາຖະໜາ ຫຼາຍຢ່າງຕໍ່​ບັນດາ ສ.ສ.ຊ ດ້ວຍ​ຄວາມ​ຫວັງ​ວ່າ ຜ່ານ​ກອງ​ປະຊຸມ​ເທືອ່ນີ້, ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ​ຊາດ​ຈະ​ນັບ​ມື້​ນັບ​ພັດທະນາ​ແບບ​ຍື່ນ​ຍົງ, ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ​ນັບ​ມື້​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ​ໄດ້​ຮັບ​ການ​ຮັກສາ​ໄວ້​ຢ່າງ​ໝັ້ນຄົງ. ຜູ້ມີສິດ ເລືອກຕັ້ງ​ Trinh Thi Nga ຢູ່​ເມືອງ ຈຶກ​ນິງ ​ແຂ​ວງ ນາມ​ດິ້ງ ມີ​ຂໍ້​ສະ​ເໜີ​ວ່າ : (​ເທບ)

    “ ຮາກ​ຖານ​ພວມ​ສຸມ​ໃສ່​ບັນດາ​ບາດກ້າວ​ໃຫ້​ແກ່​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ໃນ​ຂະ​ບວນວິວັດ​ຜັນ​ຂະຫຍາຍ​ປະຕິບັດ, ພໍ່​ແມ່​ປະຊາຊົນ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ແຜນ​ນະ​ໂຍບາຍ​, ນະ​ໂຍບາຍ​ຂອງ ພັກ ​ແລະ ລັດ, ​ແຕ່​ເພື່ອ​ສູ້​ຊົນ​ບັນລຸ​ໃຫ້​ໄດ້​ບັນດາ​ຄາດໝາຍ​ນີ້, ພັດ​ປະສົບກັບ​ຄວາມ​ຫຍຸ້ງຍາກ​ດ້ານ​ງົບປະມານ. ຜ່ານກອງ​ປະຊຸມ​ຄັ້ງ​ນີ້, ຜູ້ມີສິດ ເລືອກຕັ້ງ​ກໍ​ຫວັງ​ວ່າ ສະພາ​ແຫ່ງ​ຊາດ​ຈະ​ເອົາ​ໃຈ​ໃສ່​ເຖິງ​ນະ​ໂຍບາຍໜູນ​ຊ່ວຍ​ກໍ່ສ້າງ​ຊົນນະບົດ​ໃໝ່, ຈະ​ມີ​ງົບປະມານ​ໂດຍ​ໄວ ​ແລະ ​ເງິນ​ທຶນ​ໜູນ​ຊ່ວຍ​ທ້ອງ​ຖິ່ນ​ກໍ່ສ້າງ​ພື້ໜຖານ​ໂຄງ​ລ່າງ ​ແລະ ກິດຈະກຳ​ສະຫວັດ​ດິການ​ສັງຄົມ​ຢ່າງ​ຖືກ​ຕາມ​ຄວາມ​ໄວ​ຂອງ​ແຜນການ ”

    ສ່ວນທ່ານ Nguyen Duc Noi ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຕາ​ແສງ ຢີ​ເຕີນ, ນະຄອນ​ກອນຕຸ​ມ, ​ແຂວງ​ກອນ​ຕຸ​ມ​ໃຫ້​ຮູ້​ວ່າ :

    “ ຜ່ານ​ການ​ຕິດຕາມ​ວາລະ​ປະຊຸມ​ເມື່ອ​ຕອນ​ເຊົ້າມື້​ນີ້, ຂ້າ​ພະ​ເຈົ້າ​ເຫັນ​ດີເຫັນພ້ອມ​ກັບ​ເນື້ອ​ໃນ 2 ປະການ. ທີ່ 1 ​ແມ່ນ​ການ​ຕ້ານ​ສໍ້​ລາດ​ບັງຫຼວງ; ທີ່ 2 ​ແມ່ນ​ຂ້າພະ​ເຈົ້າ​ເຫັນ​ວ່າ​ເລື່ອງ​ປ່ອນ​ບັດ​ໄວ້​ວາງ​ໃຈ​ສຳລັບບັນດາຕຳ​ແໜ່​ງ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ​ນັ້ນ, ພວກ​ເຮົາ​ຄວນ​ຫັນ​ເປັນ​ລະອຽດ​ກ່ຽວ​ກັບ​ເລື່ອງ​ທີ່​ວ່າ ຜູ້​ໃດ​ບໍ່​ສົມ​ກັບ​ອັດຕາ​ບັດ​ໄວ້​ວາງ​ໃຈ​ນັ້ນ, ​ແມ່ນ​ຄ່ອຍໆ​ໃຫ້​ເຊົາ​ດຳລົງ​ຕຳ​ແໜ່​ງ ຫຼື​ສັບ​ຊ້ອນ​ໄປ​ຮັບ​ໜ້າທີ່​ວຽກ​ງານ​ອື່ນ​ໃຫ້​ເຫມາະ​ສົມກ່ວາ ”

 

ຂ່າວ/ບົດ​ອື່ນ