( vovworld ) - ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດຫວຽດນາມທີ 13 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 21/5 ຢູ່ທີ່ຮ່າໂນ້ຍ ແລະ ຈະແກ່ຍາວເປັນເວລາໜື່ງເດືອນ. ເຂົ້າຮ່ວມພິທີໄຂກອງປະຊຸມມີທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ Nguyen Phu Trong, ທ່ານປະທານປະເທດ Truong Tan Sang, ທ່ານນາຍົກລັດຖະມົນຕີ Nguyen Tan Dung, ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ແລະ ອະດີດບັນດາການນຳເຊິ່ງແມ່ນການນຳຂັ້ນສູງຂອງພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດ. ກ່ອນທີ່ໄຂກອງປະຊຸມ, ບັນດາສະມາຊິກສະພາແຫ່ງຊາດໄດ້ເຂົ້າຄຳນັບສຸສານປະທານໂຮ່ຈິມິນ.
ກ່າວຄຳເຫັນໄຂກອງປະຊຸມທ່ານປະທານສະພາແຫ່ງຊາດ Nguyen Sinh Hung ໄດ້ຊີ້ແຈ້ງວ່າ, ກອງປະຊຸມຄັ້ງນີ້ ໄດ້ພິຈາລະນາບົດລາຍງານບັບປຸງໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດສັງຄົມ ແລະ ງົບປະມານແຫ່ງລັດປີ 2011; ຜັນຂະຫຍາຍປະຕິບັດແຜນການພັດທະນາເສດຖະກິດສັງຄົມ ແລະ ງົບປະມານແຫ່ງລັດໃນຊຸມເດືອນຕົ້ນປີ 2012 ແລະ ແຜນຮ່າງສັງລວມສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ໃຫ້ສັດຕະຍາບັນການສະຫຼຸບບັນຊີແຫ່ງລັດປີ 2010; ຕັດສິນບາງມາດຕະການກ່ຽວກັບພາສີອາກອນ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ແລະ ສ່ວນບຸກຕົ້ນປີ 2012. ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ໃຫ້ຮູ້ວ່າ:
“ກອງປະຊຸມສະໄໝສາມັນຄັ້ງນີ້, ສະພາແຫ່ງຊາດ ຈະພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ 13 ສະບັບ ແລະ ຮ່າງມະຕິ 2 ສະບັບຄື: ກົດໝາຍວ່າດ້ວຍການປະກັນເງິນຝາກ, ກົດໝາຍວ່າດ້ວຍລາຄາ, ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຝອກເງິນ, ກົດໝາຍວ່າດ້ວຍທະເລຫວຽດນາມ... ມະຕິກ່ຽວກັບໂຄງການສ້າງກົດໝາຍ, ລັດຖະບັນຍັດ ປີ 2013, ມະຕິກ່ຽວກັບບາງການດັດແປງ, ປ່ຽນໃໝ່ເພື່ອຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ປະກອບຄຳເຫັນກ່ຽວກັບ ຮ່າງກົດໝາຍອື່ນ 6 ສະບັບ. ຄະນະປະຈຳສະພາແຫ່ງຊາດສະເໜີໃຫ້ບັນດາສະມາຊິກສະພາແຫ່ງຊາດ ຍົກສູງນ້ຳໃຈຮັບຜິດຊອບ, ເສີມຂະຫຍາຍປະຊາທິປະໄຕ, ພູມປັນຍາ, ສຸມໃສ່ປຶກສາຫາລື, ປະກອບຄຳຄິດຄຳເຫັນທີ່ມີຄຸນນະພາບ, ປະກອບສ່ວນເພື່ອໃຫ້ກອງປະຊຸມສະໄໝສາມັນເທື່ອນີ້ປະສົມຜົນສຳເລັດຢ່າງຈົບງາມ”
ສະພາແຫ່ງຊາດໄດ້ຮັບຟັງທ່ານ Huynh Dam ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະເໜີບົດລາຍງານສັງລວມຄວາມເຫັນ, ຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງ; ທ່ານ Nguyen Van Giau ກຳມະການຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການເສດຖະກິດຂອງສະພາແຫ່ງຊາດສະເໜີບົດກວດກາບົດລາຍງານຂອງລັດຖະບານ ຕີລາຄາເພີ່ມເຕີມໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດສັງຄົມ ແລະ ງົບປະມານແຫ່ງລັດປີ 2011; ເລື່ອງຜັນຂະຫຍາຍການປະຕິບັດ ແຜນການ ພັດທະນາເສດຖະກິດສັງຄົມ ແລະ ງົບປະມານແຫ່ງລັດໃນຊຸມເດືອນຕົ້ນປີ 2012. ສະພາແຫ່ງຊາດກໍໄດ້ຮັບຟັງທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ສະເໜີບົດລາຍງານຂອງລັດຖະບານກ່ຽວກັບ “ການເພີ່ມເຕີມສະພາບການເສດຖະກິດ-ສັງຄົມປີ 2011, ສະພາບເສດຖະກິດສັງຄົມ 4 ເດືອນຕົ້ນປີ 2012 ແລະ ບັນດາມາດຕະການຕົ້ນຕໍສຸມໃສ່ຊີ້ນຳ, ບໍລິຫານໃນຊຸມເດືອນຍັງເຫຼືອຂອງປີ 2012“.
ໃນວາລະປະຊຸມເມື່ອຕອນບ່າຍຂອງວັນທີ 21/5, ບັນດາຜູ້ແທນໄດ້ຮັບຟັງທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ Bui Quang Vinh ສະເໜີແຜນຮ່າງສັງລວມກ່ຽວກັບການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່. ເມື່ອເນັ້ນໜັກເຖິງຄວາມຈຳເປັນຕ້ອງສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ທ່ານລັດຖະມົນຕີກະຊວງແຜນການ ແລະການລົງທຶນ Bui Quang Vinh ຖືວ່າ:
“ຄຽງຄູ່ກັບບັນດາຄວາມຫຍຸ້ງຍາກຢູ່ພາຍໃນປະເທດ, ໃນ 2,3 ປີຜ່ານມາ, ຍາມໃດພື້ນຖານເສດຖະກິດ ຫວຽດນາມ ກໍຕ້ອງປະເຊີນໜ້າກັບບັນດາການກະທົບອັນຫຍໍ້ທໍ້ຈາກວິກິດການ ແລະ ການຊຸດໂຊມເສດຖະກິດທົ່ວໂລກ, ວິກິດການໜີ້ສິນຂອງລັດຢູ່ ເອີລົບ. ສະນັ້ນ ບັນດາຄວາມອ່ອນດ້ອຍຂອງພື້ນຖານເສດຖະກິດ, ຂອງຮູບແບບການເຕີບໂຕ ແລະ ໂຄງປະກອບເສດຖະກິດໄດ້ຮັບການແກ້ໄຂຢ່າງຊັກຊ້າ. ສະພາບການດັ່ງກ່າວໃຫ້ເຫັນວ່າ ເລື່ອງສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຫັນປ່ຽນຮູບແບບການເຕີບໂຕເສດຖະກິດໄດ້ກາຍເປັນສິ່ງຈຳເປັນ ແລະ ຮີບດ່ວນ“
ໃນວາລະເຮັດວຽກເມື່ອຕອນບ່າຍຂອງວັນທີ 21/5, ບັນດາສະມາຊິກສະພາແຫ່ງຊາດກໍໄດ້ຮັບຟັງບັນດາສະມາຊິກໃນຄະນະປະຈຳສະພາແຫ່ງຊາດອ່ານໃບຍື່ນສະເໜີສະບັບຕ່າງໆທີ່ກ່ຽວຂ້ອງເຖິງງົບປະມານ, ການປ່ຽນແປງໃໝ່ການເຄື່ອນໄຫວຂອງສະພາແຫ່ງຊາດ ແລະການສ້າງກົດໝາຍປີ 2013.