ໄຂກອງປະຊຸມເຈົ້າໜ້າທີ່ຂັ້ນສູງອາຊຽນ (SOM)

ໄຂກອງປະຊຸມເຈົ້າໜ້າທີ່ຂັ້ນສູງອາຊຽນ (SOM) - ảnh 1
(ພາບປະກອບ)

(vovworld) - ​ ຕອນ​ເຊົ້າ​ວັນ​ທີ 28/06, ຢູ່​ນະຄອນຫຼວງ Bandar Seri Begawan, ປະ​ເທດ ບຣຸ​ໄນ, ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ອາ​ຊຽນ ​ໄດ້​ຈັດ​ກອງ​ປະຊຸມ​ເພື່ອ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ ປະຈຳ​ປີ​ຄັ້ງ​ທີ 46 (AMM 46) ​ແລະ ບັນດາ​ກອງ​ປະຊຸ​ມທີ່​ກ່ຽວ​ຂ້ອງ, ​ເຊິ່ງ​ຈະໄຂ​ຂຶ້ນ​ໃນ​ວັນ​ທີ 30/06. ນີ້​ແ​ມ່ນ​ການ​ປະຊຸມ​ຈັດກ່ຽມ​ໃຫ້ບັນດາ​ລາຍການ​ເຄື່ອນ​ໄຫວ, ​ເນື້ອ​ໃນ​ລາຍການປະສານ​ງານ, ພ້ອມ​ທັງ​ກວດກາ​ນຄືນ​ບັນດາ​ບັນຊີລາຍ​ຊື່​ເອກະສານຈະ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ຄັ້ງ​ນີ້. ກອງ​ປະຊຸມ​ລັດຖະມົນຕີ​ອາ​ຊຽນ ​ແມ່ນ​ເຫດການ​ປະຈຳ​ປີ​ທີ່​ສຳຄັນ, ສະຫຼຸບ​ບັນດາ​ບັນຫາ​ສຳຄັນ​ທີ່​ສຸດ​ຂອງ​ອາ​ຊຽນ ​ໃນ​ປີ 2013 ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ຂັ້ນ​ສູງ, ​ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ເດືອນ 10 ຈະ​ມາ​ເຖິງ. ​ໃນ​ສະພາວະ​ທີ່​ກຳນົດ​ເວລາ​ທີ່​ສ້າງ​ປະຊາ​ຄົມ​ອາ​ຊຽນ ​​ໃຫ້​ເປັນ​ຮູບ​ປະ​ທຳພວມຫຍັບ​ເຂົ້າ​​ໃກ້, ພ້ອມ​ທັງ​ສະພາບ​ການ​ໃນ​ພາກ​ພື້ນ ​ແລະ ສາກົນ ພວມ​ມີ​ການ​ຜັນ​ແປ​ຢ່າງສັບສົນ, ມັນຮຽກຮ້ອງ​ໃຫ້​ບັນດາ​ລັດຖະມົນຕີ​ອາ​ຊຽນ ຕ້ອງ​ຍົກ​ອອກ​ແຜນການ​ພັດທະ​ນາ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ເຊື່ອມ​ຈອດ​ອາ​ຊຽນ ກໍ​ຄື​ລະຫວ່າງ​ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື.
ຂ່າວ/ບົດ​ອື່ນ