ໄຂກອງປະຊຸມເທື່ອທີ 10 ຂອງ ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຊຸດທີ XV
(VOVWORLD) - ຕອນເຊົ້າວັນທີ 14 ເມສາ, ຢູ່ ຫໍສະພາແຫ່ງຊາດ ໄດ້ໄຂກອງປະຊຸມເທື່ອທີ 10 ຂອງ ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຊຸດທີ XV. ໃນກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນໃສ່ຫຼາຍເນື້ອໃນສຳຄັນເພື່ອກະກຽມຍື່ນສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN) |
ກ່ຽວກັບວຽກງານສ້າງກົດໝາຍ, ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບຕ່າງໆໃນນັ້ນມີ ກົດໝາຍວ່າດ້ວຍນ້ຳມັນອາຍແກັດ (ສະບັບປັບປຸງ), ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ (ສະບັບປັບປຸງ); ປະກອບຄຳເຫັນໃສ່ແຜນຄາດຄະເນໂຄງການສ້າງກົດໝາຍ, ນິຕິບັນຍັດປີ 2023, ດັດປັບໂຄງການສ້າງກົດໝາຍ, ນິຕິບັນຍັດປີ 2022; ແຜນຮ່າງສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນກອງປະຊຸມສະພາແຫ່ງຊາດ ແລະ ການດັດປັບ, ເພີ່ມເຕີມຂໍ້ກຳນົດໃນກອງປະຊຸມສະພາແຫ່ງຊາດ…
ຄະນະປະຈຳສະພາແຫ່ງຊາດກໍຈະປະກອບຄຳເຫັນໃສ່ແຜນຄາດຄະເນໂຄງການຕິດຕາມກວດກາປີ 2023; ບົດລາຍງານຂອງລັດຖະບານກ່ຽວກັບໝາກຜົນການປະຕິບັດການປະຢັດ, ຕ້ານການຟຸມເຟືອຍປີ 2021; ພິຈາລະນາບົດລາຍງານວຽກງານທີ່ຫາຄວາມເປັນທຳເດືອນ ມີນາ 2022 ຂອງ ສະພາແຫ່ງຊາດ.