ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມນັກທຸລະກິດໜຸ່ມຫວຽດນາມຄັ້ງທີ 4 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 26/12 ຢູ່ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງຜູ້ແທນກ່ວາ 600 ທ່ານທີ່ຕາງໜ້າໃຫ້ນັກທຸລະກິດໜຸ່ມທີ່ດີເດັ່ນໃນທົ່ວປະເທດ.
ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 25/12, ນັກສຶກສາຂອງມະຫາວິທະຍາໄລເສດຖະກິດຮ່າໂນ້ຍ ກ່ວາ 500 ຄົນໄດ້ເຂົ້າຮ່ວມລາຍການພົບປະແລກປ່ຽນທີ່ມີຫົວຂໍ້ວ່າ: “ນັກທຸລະກິດໜຸ່ມ - ເສັ້ນທາງແຫ່ງການກໍ່ຮ່າງສ້າງຕົວ ແລະ ຂໍກຸນແຈເພື່ອກ້າວໄປເຖິງຜົນສຳເລັດ”. ອ້າຍ ເລວັນຫຽວ, ຮອງປະທານສະມາຄົມນັກທຸລະກິດໜຸ່ມຫວຽດນາມ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນ ກຸ່ມບໍລິສັດ ຟູ໋ທ໋າຍ ແບ່ງປັນວ່າ:
“ໃນໂອກາດນີ້ ຕາມຂ້າພະເຈົ້າແລ້ວ, ແນວຄວາມຄິດກ່ຽວກັບການດຳເນີນທຸລະກິດ ແລະ ການກໍ່ຮ່າງສ້າງຕົວແມ່ນມີ 3 ທິດ: ທີ່ໜຶ່ງແມ່ນຕົນເອງຕ້ອງຊອກຫາທິດໃໝ່. ທິດທີ່ 2 ແມ່ນ ດຳເນີນການຜະລິດສຳລັບຜະລິດຕະພັນເຊິ່ງການບໍລິການທີ່ກ່ຽວຂ້ອງເຖິງຜະລິດຕະພັນນັ້ນບໍ່ທັນໄດ້ດີ, ທີ່ 3 ແມ່ນພວກເຮົາຕ້ອງມີການສົມທົບລະຫວ່າງບັນດາປັດໄຈໃໝ່ ແລະ ປັດໄຈດ້ານການບໍລິການອີກ ເຮັດໄດ້ຄືແນວນັ້ນພວກເຮົາ ຈະຊອກເຫັນກາລະໂອກາດອື່ນເພື່ອກໍ່ຮ່າງສ້າງຕົວ”
ກໍ່ໃນວັນດຽວກັນ, ທີ່ນະຄອນຫຼວງ ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນທີ່ຕາງໜ້າໃຫ້ນັກທຸລະກິດໜຸ່ມຫວຽດນາມ, ເນື່ອງໃນໂອກາດມາເຂົ້າຮ່ວມກອງປະຊຸມໃຫຍ່ນັກທຸລະກິດໜຸ່ນຄັ້ງທີ 4, ອາຍຸການ 2011 – 2014. ບັນດານັກທຸລະກິດໜຸ່ມໄດ້ສະແດງຄວາມປາດຖະໜາຢາກສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຈາກພັກ ແລະ ລັດ, ໂດຍມີແຜນບຳລຸງ, ວາງອອກບັນດາຍຸດທະສາດເພື່ອພັດທະນາຖັນແຖວນັກທຸລະກິດ, ຢັ້ງຢືນໃນອາຍຸການທີ່ຈະມາເຖິງຈະສະມັກຄີເປັນເອກະພາບກັນຜ່ານຜ່ານທຸກຄວາມຫຍຸ້ງຍາກ, ເຊື່ອມໂຍງຢ່າງໝັ້ນຄົງ. ທ່ານປະທານປະເທດ ເຈືອງເຕີນຊາງຮັບຮູ້ຄວາມກະຕືລືລົ້ນສຸດຈິດສຸດໃຈຫວັງສ້າງສາປະເທດຂອງບັນດານັກທະລຸກິດໜຸ່ມ, ທ່ານໃຫ້ຄຳຕັກເຕືອນນັກທຸລະກິດໜຸ່ມຕ້ອງສືບຕໍ່ຝຶກຝົນຫຼໍ່ຫຼອມຄຸນສົມບັດ, ສ້າງວັດທະນະທຳວິສາຫະກິດ, ດຳເນີນທຸລະກິດຢ່າງມີປະສິດທິຜົນ, ເອົາໃຈໃສ່ເຖິງຊີວິດໃຫ້ແກ່ຊາວຜູ້ອອກແຮງງານ, ໜູນຊ່ວຍກັນເພື່ອພ້ອມກັນເຊື່ອມໂຍງພັດທະນາ.