ກ່ອນທີ່ໄຂກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງລາຍການດົນຕີພື້ນເມືອງ ຫວຽດນາມ
(ພາບ: TTXVN)
|
(vovworld) – ຕອນຄ່ຳວັນທີ 28/3, ກອງປະຊຸມສະຫະພັນລັດຖະສະພາສາກົນ ຄັ້ງທີ 132 (IPU 132 ) ໄຂຂຶ້ນຢ່າງສົມກຽດຢູ່ສຳນັກງານສະພາແຫ່ງຊາດ, ຢູ່ສະໜາມຫຼວງ ບາດິ່ງ, ຮ່າໂນ້ຍ.
ກ່າວຄຳເຫັນເປີດສາກລາຍການເຄື່ອນໄຫວຂອງກອງປະຊຸມ IPU 132, ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ: ພາຍຫຼັງ 36 ປີເຂົ້າຮ່ວມສະຫະພັນລັດຖະສະພາສາກົນ, ປີນີ້ ຫວຽດນາມ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມ IPU 132. ຢັ້ງຢືນເລື່ອງແບ່ງປັນຄວາມຮັບຮູ້ລວມກ່ຽວກັບສັນຕິພາບ, ສະຖຽນລະພາບແມ່ນປັດໄຈສຳຄັນເພື່ອພັດທະນາແບບຍືນຍົງ, ທ່ານປະທານປະເທດ ເຈືອງເຕີນຊາງ ຖືວ່າ: IPU ຄັ້ງນີ້ໄດ້ວາງຈຸດໝາຍແບ່ງປັນບັນດາແນວຄວາມຄິດ, ການກະທຳເພື່ອຊຸກຍູ້ການພັດທະນາ:
“ໜຶ່ງໃນບັນດາບຸລິມະສິດໃນໂຄງການດຳເນີນງານຂອງກອງປະຊຸມ IPU ຄັ້ງນີ້ແມ່ນ “ຫັນຄຳເວົ້າເປັນການກະທຳ” ເພື່ອກົດໝາຍ ແລະ ບັນດາຫຼັກການພື້ນຖານຂອງກົດໝາຍສາກົນໄດ້ຮັບການເຄົາລົບ, ບັນດາຂໍ້ຕົກລົງ, ບັນດາຫຼັກການກ່ຽວກັບການປະພຶດໃນການພົວພັນລະຫວ່າງປະເທດຕ່າງໆໄດ້ຮັບການປະຕິບັດຢ່າງເຂັ້ມງວດ, ບັນດາຄວາມຂັດແຍ້ງ, ຄວາມບໍ່ລົງລອຍກັນໄດ້ຮັບການແກ້ໄຂດ້ວຍມາດຕະການສັນຕິພາບ ແລະ ບັນດາປະຊາຊາດລ້ວນແຕ່ມີສິດສະເໝີພາບ. ເຊິ່ງແມ່ນສະມາຊິກຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງ IPU ກໍ່ຄືບັນດາອົງການສາກົນອື່ນ. ຫວຽດນາມ ຍາມໃດກໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ສ້າງສາໂລກແຫ່ງສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ວັດທະນາຖາວອນ.”
ທ່ານປະທານ IPU Saber Chowdhury ຕີລາຄາສູງຫົວຂໍ້ເຊິ່ງປະເທດເຈົ້າພາບ ຫວຽດນາມ ວາງອອກ ແລະ ຖືວ່າສະມາຊິກສະພາແຫ່ງຊາດປະເທດຕ່າງໆຄວນສວມບົດບາດນຳພາ, ເຊື່ອມຕໍ່ເພື່ອປະຕິບັດບັນດາຄາດໝາຍພັດທະນາຫຼັງປີ 2015.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ຊາດ ຫວຽດນາມ ຫງວຽນຊິງຮູ່ງ ເນັ້ນໜັກວ່າ:
“ທີ່ກອງປະຊຸມຄັ້ງນີ້, ພວກເຮົາມີຄວາມຮັບຜິດຊອບແລກປ່ຽນຢ່າງລະອຽດກ່ຽວກັບບົດບາດ, ໜ້າທີ່ ແລະ ບັນດາມາດຕະການຂອງບັນດາສະພາແຫ່ງຊາດ, ລັດຖະສະພາ ເພື່ອຫັນຄຳເວົ້າເປັນການກະທຳຢ່າງແທດຈິງ, ປະຕິບັດບັນດາຄາດໝາຍພັດທະນາແບບຍືນຍົງ ແລະ ພວກເຮົາຈະຍົກສານອອກມາສະແດງຄຳໝັ້ນສັນຍາຢ່າງແຮງຂອງປະຊາຄົມບັນດາລັດຖະສະພາໃນໂລກໃນການປະຕິບັດຢ່າງມີປະສິດທິຜົນບັນດາຄາດໝາຍພັດທະນາແບບຍືນຍົງ.”