(vovworld) – ພິທີໄຂກອງປະຊຸມໃຫຍ່ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ 8 ໄດ້ຈັດຕັ້ງຢ່າງສົມກຽດໃນຕອນເຊົ້າວັນທີ 26/9, ຢູ່ຮ່າໂນ້ຍ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ທ່ານປະທານປະເທດ ເຈືອງເຕີນຊາງ, ປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ພ້ອມກັບການນຳ, ອະດີດການນຳພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ບັນດາໝູ່ຄະນະ, ຄະນະທູຕານຸທູດ ປະຈຳ ຮ່າໂນ້ຍ ແລະ ຜູ້ແທນກ່ວາ 1.000 ຄົນເຊິ່ງແມ່ນບັນດານັກຮຽນຮູ້, ຜູ້ຊົງຄຸນວຸດທິ, ທີ່ຕາງໜ້າໃຫ້ປະຊາຊົນທຸກຊັ້ນວັນນະ, ບັນດາກຳລັງປະກອບອາວຸດ, ບັນດາຄະນະຈັດຕັ້ງມະຫາຊົນສາສະໜາ, ບັນດາແມ່ ຫວຽດນາມ ວິລະຊົນ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເຂົ້າຮ່ວມກອງປະຊຸມໃຫຍ່.
ກ່າວຄຳເຫັນໄຂກອງປະຊຸມໃຫຍ່, ທ່ານປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ, ໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ແນວໂຮມປະເທດຊາດ ຫວຽດນາມ ຄັ້ງນີ້ແມ່ນບັ້ນດຳເນີນຊີວິດການເມືອງເລິກເຊິ່ງ, ກ້ວາງຂວາງ ປະກອບສ່ວນຍົກສູງຄວາມຮັບຮູ້ກ່ຽວກັບພາລະກິດມະຫາສາມັກຄີທົ່ວປວງຊົນຂອງແນວໂຮມປະເທດຊາດ ຫວຽດນາມ, ປະກອບສ່ວນສ້າງສາ ແລະ ປົກປັກຮັກສາປະເທດຊາດ ຫວຽດນາມ ໃນໄລຍະໃໝ່. ທ່ານປະທານແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ, ຢັ້ງຢືນວ່າ:
“ໃນສະພາບການໃໝ່ຂອງໂລກ ແລະ ພາຍໃນປະເທດໃນປະຈຸບັນຮຽກຮ້ອງໃຫ້ແນວໂຮມປະເທດຊາດ ຫວຽດນາມ ຕ້ອງປ່ຽນໃໝ່ຢ່າງແຮງ, ກຳນົດຈຸດໝາຍ ແລະ ໂຄງການເຄື່ອນໄຫວ, ຢ່າງຈະແຈ້ງຕອບສະໜອງຄວາມຮຽກຮ້ອງປັບປຸງ, ເສີມຂະຫຍາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ, ສ້າງສາ ແລະ ປົກປັກຮັກສາປະເທດຊາດໃນໄລຍະໃໝ່, ປະຕິບັດພາລະກຳອັນສູງສົ່ງຂອງຕົນທີ່ໄດ້ຮັບການກຳນົດໃນໂຄງການສ້າງສາປະເທດໃນໄລຍະຂ້າມຜ່ານຂຶ້ນລັດທິສັງຄົມ ສະບັບເພີ່ມເຕີມ ແລະ ພັດທະນາປີ 2011 ກໍ່ຄືການກຳນົດຂອງລັດຖະທຳມະນູນປີ 2013, ຕອບສະໜອງຄຳຮຽກຮ້ອງຕ້ອງການຕົວຈິງຂອງປະຊາຊົນທຸກຊັ້ນວັນນະ, ດັ່ງນັ້ນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ 8 ແມ່ນກອງປະຊຸມຂອງການເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດໃນໄລຍະໃໝ່ເພື່ອປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ.”