ໄຂກອງປະຊຸມໃຫຍ່ພາສາສາກົນທົ່ວໂລກຄັ້ງທີ 97 (ຫຼື UK 97)
UK 97 ດຶງດູດການເຂົ້າຮ່ວມຂອງບັນດານັກພາສາຕ່າງປະເທດໂລກ ແລະ ຫວຽດນາມເປັນຈຳນວນຫຼວງຫຼາຍ
(vovworld) - ຕອນເຊົ້າວັນທີ 29/7, ຢູ່ ຮ່າໂນ້ຍ, ໄດ້ໄຂກອງປະຊຸມໃຫຍ່ພາສາສາກົນທົ່ວໂລກ ຄັ້ງທີ 97 (ຫຼື UK 97). ກອງປະຊຸມໃຫຍ່ ໂດຍສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະມາຄົມພາສາສາກົນຫວຽດນາມ, ສະມາຄົມພາສາສາກົນທົ່ວໂລກ ສົມທົບກັນຈັດຕັ້ງຂຶ້ນ. ກ່າວຄຳເຫັນນະພິທີ, ທ່ານນາງຮອງປະທານປະເທດ Nguyen Thi Doan ເນັ້ນໜັກວ່າ: ເລື່ອງເປັນເຈົ້າພາບຈັດຕັ້ງກອງປະຊຸມໃຫຍ່ພາສາສາກົນທົ່ວໂລກ ຄັ້ງທີ 97 ແມ່ນຄວາມເປັນກຽດ ແລະ ຄວາມເອກອ້າງທະນົງໃຈຂອງຫວຽດນາມ, ພ້ອມທັງເປັນໂອກາດເພື່ອໃຫ້ຫວຽດນາມ ຕອບບຸນແທນຄຸນບັນດາເພື່ອນມິດສາກົນ ໄດ້ສະໜັບສະໜູນຫວຽດນາມ ຢ່າງ ສຸດຈິດສຸດໃຈ ແລະ ແນະນຳເຖິງເພື່ອນຂອງຕົນ ກ່ຽວກັບປະເທດຫວຽດນາມ ຮັກຫອມສັນຕິພາບ ພວມຢູ່ໃນໄລຍະພັດທະນາ ແລະ ເຊຶ່ອມໂຍງ. ທ່ານນາງຮອງປະທານປະເທດ Nguyen Thi Doan ຊີ້ແຈງວ່າ:
“ຂ້າພະເຈົ້າຢືນຢັນການສະໜັບສະໜູນຂອງພັກ ແລະ ລັດຫວຽດນາມ ທີ່ມີຕໍ່ການພັດທະນາຂອງຂະບວນການພາສາສາກົນທັງພາຍໃນ ແລະ ຕ່າງປະເທດ. ຂ້າພະເຈົ້າເຊື່ອໝັ້ນວ່າ: ພາສາສາກົນ ຈະສືບຕໍ່ກາຍເປັນພາສາສາກົນ ເພື່ອສະໜິດຕິດພັນປະຊາຊົນບັນດາປະເທດໃນໂລກ ເພື່ອສັນຕິພາບ, ການພັດທະນາ ແລະ ຮ່ວມມື. ດ້ວຍຈິດໃຈຫວຽດນາມ ແມ່ນເພື່ອນມິດ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ແມ່ນສະມາຊິກມີຄວາມຮັບຜິດຊອບຂອງປະຊາຄົມໂລກ, ພວກຂ້າພະເຈົ້າເຊື່ອໝັ້ນວ່າ: ສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ຈະນຳມາເຊິ່ງຊີວິດທີ່ອິມໜຳສຳລານ ແລະ ຜາສຸກໃຫ້ແກ່ທຸກຄົນ.”