ໄຂກອງປະຊຸມໃຫຍ່ອົງຄະນະພັກກອງທັບແລະແຂວງແຄ໋ງຮ່ວາ,ນິງບິ່ງ

ໄຂກອງປະຊຸມໃຫຍ່ອົງຄະນະພັກກອງທັບແລະແຂວງແຄ໋ງຮ່ວາ,ນິງບິ່ງ - ảnh 1
ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງປະທານປະເທດເຈືອງເຕີ໋ນຊາງ
ນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ເຂົ້າຮ່ວມກອງປະຊຸມໃຫຍ່
(ພາບ: TTXVN)



(vovworld) –​​​ ​ ​ ວັນ​ທີ 22/9, ຢູ່​ຮ່າ​ໂນ້ຍ, ​ໄຂ​ກອງ​ປະຊຸມ​ໃຫຍ່​​ຜູ້​ແທນ​ອົງຄະ​ນະ​ພັກ​ກອງທັບ​ຊຸດທີ 10, ​ໄລຍະ 2015 – 2020. ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ່ຈ້ອງ ພ້ອມ​ກັບ​ບັນດາການ​ນຳ​ພັກ, ລັດ ​ແລະ ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ 450 ທ່ານ.

        ​ແລະ​ໃນ​ວັນ​ດຽວ​ກັນ, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ອົງຄະ​ນະ​ພັກ​ແຂວງ ​ແຄ໋ງຮ່ວາ ​ຊຸດ​ທີ 17 ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ຢູ່​ນະຄອນ ຍາ​ຈາງ. ນີ້​ແມ່ນ​ອົງຄະ​ນະ​ພັກ​ຂັ້ນ​ແຂວງ, ນະຄອນ​ທຳ​ອິດ​ຢູ່​ພາກ​ກາງ​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່. ທ່ານ ຫງວຽນ​ເຕີ໋ນຕວນ, ຮອງ​ເລຂາ​ປະຈຳ​ຄະນະ​ພັກ​ແຂວງ ​ແຄ໋ງຮ່ວາ ​ໃຫ້​ຮູ້​ວ່າ:

        “ພວກ​ຂ​້າພະ​ເຈົ້າ​ໄດ້​ກະກຽມ​ຢ່າງ​ລະອຽດ, ຄົບ​ຖ້ວນ, ຖືກ​ຂັ້ນ​ຕອນ, ຖືກ​ແຜນການ​ໂດຍ​ພື້ນຖານ, ປະຕິບັດ​ຄຳ​ສັ່ງ 36 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ພັກ​ຢ່າງ​ເດັດຂາດ. ​ໃນ​ຊຸມ​ເດືອນ​ຜ່ານ​ມາ, ຄະນະ​ພັກ​ແຂວງ​ໄດ້​ຊີ້​ນຳ​ໃຫ້​​ຄະນະ​ພັກທຸກ​ຂັ້ນ ​ແລະ ຮຽກຮ້ອງ​ທົ່ວປວງ​ຊົນ​​ປະກອບ​ຄວາມ​ເຫັນ​ໃສ່​ເອກະສານ​ກອງ​ປະຊຸມ​ໃຫຍ່; ປຸກລະດົມ​ຂະ​ບວນການ​ແຂ່ງຂັນ​ຫລາຍ​ຢ່າງ, ຕິດ​ປ້າຍ​ກິດຈະການ​ຕ່າງໆ ​ເພື່ອ​ມຸ່ງ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ​ຊຸດ​ທີ 17”.

        ກອງ​ປະຊຸມ​ໃຫຍ່​​ຜູ້​ແທນ​ອົງຄະ​ນະ​ພັກ​ແຂວງ ນິງບິ່ງ ​ຊຸດ​ທີ 21 ​ໄລຍະ 2015 – 2020 ກໍ​ດຳ​ເນີນ​ແຕ່​ວັນ​ທີ 22 – 24/9 ດ້ວຍ​ເປົ້າ​ໝາຍ​ນຳ ນິງບິ່ງ ​ກາຍ​ເປັນ​ແຂວງ​ພັດທະນາ​ຢ່າງວ່ອງ​ໄວ ​ແລະ ໝັ້ນຄົງ.

ຂ່າວ/ບົດ​ອື່ນ