(ທ່ານເລຂາທິການໃຫຍ່ ຫງວຽນຟູ່ຈ້ອງ
ໄດ້ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມໃຫຍ່)
(vovworld) - ຕອນເຊົ້າວັນທີ 1/11, ກອງປະຊຸມໃຫຍ່ອົງຄະນະພັກຮ່າໂນ້ຍ ຄັ້ງທີ 16, ອາຍຸການ 2015-2020 ໄດ້ໄຂຂຶ້ນຢ່າງສົມກຽດຢູ່ຮ່າໂນ້ຍ. ທ່ານເລຂາທິການໃຫຍ່ ຫງວຽນຟູ່ຈ້ອງ ໄດ້ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມໃຫຍ່. ເຂົ້າຮ່ວມພິທີໄຂຍັງມີກຳມະການກົມການເມືອງ, ປະທານປະເທດ ເຈືອງເຕິ໋ນຊາງ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ຫງວຽນເຕິ໋ນຢູງ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ, ບັນດາ ກຳມະການກົມການເມືອງ, ບັນດາການນຳ, ອະດີດແມ່ນການນຳພັກ, ລັດ ແລະ ບັນດາຜູ້ນຳບັນດາກະຊວງ, ຂະແໜງການສູນກາງ ແລະ ບາງທ້ອງຖີ່ນ. ລາຍງານການເມືອງຂອງຄະນະບໍລິຫານງານອົງຄະນະພັກນະຄອນອາຍຸການ 2010-2015 ຕີລາຄາວ່າ, 5 ປີຜ່ານມາ, ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນຫຼວງຮ່າໂນ້ຍ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ການທ້າທາຍປະຕິບັດບັນດາມະຕິຂອງສູນກາງ ແລະ ອົງຄະນະພັກຢ່າງມີໄຊ, ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງໃນຂົງເຂດຕ່າງໆ, ຍອດຜະລິດຕະພັນໃນທ້ອງຖີ່ນ (GRDP) ສະເລ່ຍໃນ 5 ປີບັນລຸ 9,3%, ສູງກວ່າທົບ 1,6 ເທົ່າ, ເມື່ອທຽບໃສ່ລະດັບສະເລ່ຍລວມຂອງທົ່ວປະເທດ, ລາຍຮັບສະເລ່ຍໃສ່ຫົວຄົນບັນລຸເກືອບ 83 ລ້ານດົ່ງ (ເທົ່າກັບ 3.600 USD) ຍອດລາຍຮັບງົບປະມານໃນນະຄອນບັນລຸກວ່າ 714,5 ພັນຕື້ດົ່ງ, ລື່ນກາຍແຜນງົບປະມານ, ເພີ່ມຂຶ້ນສະເລ່ຍປະມານ 7,1%/ປີ. ກ່າວຄວາມເຫັນຊີ້ນຳກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່ ຫງວຽນຟູ່ຈ້ອງ ສະເໜີອົງຄະນະພັກນະຄອນຮ່າໂນ້ຍ ໃນອາຍຸການ 2015-2020 ຄວນຍົກສູງນຳ້ໃຈຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ສືບຕໍ່ປ່ຽນໃໝ່ຈີນຕະນາການ, ວິທີຊີ້ນຳ, ບໍລິຫານ, ຮັບປະກັນປະສິດທິຜົນ, ກໍ່ສ້າງ, ພັດທະນາຮ່າໂນ້ຍ ໃຫ້ສົມກັບບົດບາດ, ທີ່ຕັ້ງຂອງນະຄອນຫຼວງ, ແມ່ນກຳລັງໜູນພັດທະນາຂອງເຂດທົ່ງພຽງແມ່ນຳ້ແດງ, ເຂດເສດຖະກິດຈຸດສຸມຂອງພາກເໜືອ ແລະ ທົ່ວປະເທດ. ທ່ານເລຂາທິການໃຫຍ່ ຫງວຽນຟູ່ຈ້ອງ ເນັ້ນໜັກວ່າ:
“ຮ່າໂນ້ຍຕ້ອງນຳໜ້າໃນການຍົກສູງຄຸນນະພາບການເຕີບໂຕ ແລະ ກຳລັງແກ່ງແຍ້ງຂອງເສດຖະກິດ, ໃນນັ້ນຈຸດສຸມແມ່ນສືບຕໍ່ປັບປຸງລະບອບເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ, ເສີມຂະຫຍາຍທຸກຄວາມສາມາດ ແລະ ແຫຼ່ງກຳລັງຂອງບັນດາພາກສ່ວນເສດຖະກິດ; ພັດທະນາ ແລະ ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ປ່ຽນໃໝ່ການສຶກສາ, ບຳລຸງສ້າງໂດຍພື້ນຖານ ແລະ ຮອບດ້ານ ຕິດພັນກັບການພັດທະນາ ແລະ ຍູ້ແຮງການໝູນໃຊ້ວິທະຍາສາດ, ເຕັກໂນໂລຢີ. ເອົາໃຈໃສ່ເປັນພິເສດເຖິງການພັດທະນາການບໍລິການທີ່ມີຄຸນນະພາບສູງ; ບັນດາຂະແໜງ, ຜະລິດຕະພັນອຸດສາຫະກຳທີ່ມີມູນຄ່າເພີ່ມສູງ, ນຳໃຊ້ເຕັກໂນໂລຢີສູງ, ບໍ່ສົ່ງມົນລະພິດເຖິງສິ່ງແວດລ້ອມ. ພັດທະນາຊົນນະບົດຕາມທິດຜະລິດເປັນສິນຄ້າ, ຍົກສູງມູນຄ່າເພີ່ມ, ຕິດພັນກັບບັນດາເຂດປູກຝັງສະເພາະ ແລະ ກໍ່ສ້າງຊົນນະບົດໃໝ່; ແກ້ໄຂການເຕີບໂຕເສດຖະກິດ ກັບການພັດທະນາວັດທະນະທຳຢ່າງກົມກ່ຽວ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງກັບສາກົນ“.
ທ່ານເລຂາທິການໃຫຍ່ກໍ່ເນັ້ນໜັກເປັນພິເສດເຖິງເລື່ອງກໍ່ສ້າງຊາວຮ່າໂນ້ຍ, ຮັກສາມູນເຊື້ອອະລິຍະທຳຂອງນະຄອນຫຼວງ.
“ຮ່າໂນ້ຍ ອະລິຍະທຳນັບພັນປີ ແມ່ນໂສມໜ້າ, ແມ່ນຄວາມເອກອ້າງທະນົງໃຈຂອງຊາດ. ຊາວຮ່າໂນ້ຍ ຕ້ອງມີວິຖີຊີວິດວັດທະນະທຳ, ເປັນສັນຍາລັກວັດທະນະທຳຂອງຊາດຢ່າງແທ້ຈິງ. ນັ້ນແມ່ນວິຖີຊີວິດຮັກແພງມະນຸດດ້ວຍກັນ, ຈົ່ງຮັກພັກດີ, ບໍລິສຸດ, ເຄົາລົບກົດໝາຍ. ຄຽງຄູ່ກັບການຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ, ປະດິດສ້າງບັນດາຄຸນຄ່າວັດທະນະທຳໃໝ່ແລ້ວ, ຮ່າໂນ້ຍ ຕ້ອງມີການຫັນປ່ຽນຢ່າງແຮງກວ່າອີກໃນການກໍ່ສ້າງຊາວຮ່າໂນ້ຍ ໃຫ້ມີສີວິໄລ ແລະ ສຸພາບ“.
ກອງປະຊຸມໃຫຍ່ອົງຄະນະພັກນະຄອນຮ່າໂນ້ຍ ຄັ້ງທີ 16 ດຳເນີນເຖິງວັນທີ 3/11.
ກອງປະຊຸມໃຫຍ່ອົງຄະນະພັກແຂວງຮຶງອຽນ ຄັ້ງທີ 18 ກໍ່ໄຂຂຶ້ນໃນວັນທີ 1/11. ທ່ານ ຫງວຽນທ້ຽນເຍິນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ທ່ານພົນເອກ ຟຸ່ງກວາງແທງ, ກຳມະການກົມການເມືອງ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ໄດ້ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມໃຫຍ່. ຕາມທ່ານ ຫງວຽນທ້ຽນເຍິນ ແລ້ວ, ເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ມີລະດັບຄອງຊີບສູງກວ່າ, ແຂວງຮຶງອຽນ ຄວນເພີ່ມສະມັດຕະພາບແຮງງານໃນຂົງເຂດກະສິກຳ, ອຸດສາຫະກຳ, ການບໍລິການ ແລະ ໃນລະບົບອົງການຄຸ້ມຄອງລັດ. ທາງແຂວງຄວນເອົາໃຈໃສ່ຫັນປ່ຽນຈາກການປູກເຂົ້າທີ່ໃຫ້ສະມັດຕະພາບ ແລະ ປະສິດທິຜົນຕຳ່ໄປສູ່ການປູກຝັງ ແລະລ້ຽງສັດທີ່ບັນລຸປະສິດທິຜົນສູງກວ່າ. ທາງແຂວງຄວນເອົາໃຈໃສ່, ໜູນຊ່ວຍຊາວກະສິກອນຢ່າງຄົບຊຸດ ແລະ ມີປະສິດທິຜົນ ເພື່ອຍົກສູງປະສິດທິຜົນການຜະລິດ, ກຳລັງແກ່ງແຍ້ງໃນສະພາບເຊື່ອມໂຍງເຂົ້າກັບສາກົນ, ຫັນກະສິກຳເປັນທັນສະໄໝ, ສ້າງເປັນບັນດາສະຫະກອນແບບໃໝ່, ຮ່ວມສຳພັນກັບບັນດາວິສາຫະກິດເພື່ອຜະລິດ, ຮັບໃຊ້ຄວາມຕ້ອງການໃຊ້ສອຍຂອງປະຊາຊົນ ແລະ ການສົ່ງອອກ.