ໄຂ​​​ການ​ປະ​ກວດ​ຮອບ​ຊີງ​ຊະ​ນະ​ເລີດ​ລາຍ​ການ​ອອກ​ອາ​ກາດ ຂອງງານ​ມະ​ໂຫລານ​​ກະ​ຈາຍ​ສຽງ​ທົ່ວ​ປະ​ເທດ ຄັ້ງ​ທີ XVI

(VOVWORLD) - ຕອນເຊົ້າວັນທີ 08 ກໍລະກົດ, ຢູ່ສະຖານີວິທະຍຸ ແລະ ໂທລະພາບແຂວງ ແທັງຮວ໊າ ໄດ້ຈັດພິທີໄຂການປະກວດຮອບຊີງຊະນະເລີດແຂ່ງລາຍການອອກອາກາດສົດ. ເຫດການດັ່ງກ່າວນອນໃນຂອບເຂດງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ XVI - ປີ 2024 ໂດຍວິທະຍຸກະຈາຍສຽງ ຫວຽດນາມ ສົມທົບກັບ ຄະນະກຳມະການປະຊາຊົນແຂວງ ແທັງຮວ໊າ ຈັດຂຶ້ນ.
ໄຂ​​​ການ​ປະ​ກວດ​ຮອບ​ຊີງ​ຊະ​ນະ​ເລີດ​ລາຍ​ການ​ອອກ​ອາ​ກາດ ຂອງງານ​ມະ​ໂຫລານ​​ກະ​ຈາຍ​ສຽງ​ທົ່ວ​ປະ​ເທດ ຄັ້ງ​ທີ XVI - ảnh 1ນັກຂ່າວ ເຈິ່ນມິງຮຸ່ງ, ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ກ່າວຄຳເຫັນ ໃນພິທີໄຂ (ພາບ: VOV)

ກ່າວຄຳເຫັນໄຂການປະກວດ, ນັກຂ່າວ ເຈິ່ນມິງຮຸ່ງ, ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ, ຫົວໜ້າຄະນະຈັດຕັ້ງງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ XVI, ຮອງປະທານສະພາກຳມະການຮອບຊີງຊະນະເລີດ, ໃຫ້ຮູ້ວ່າ:

        “ນັບແຕ່ປີ 2001 ມາຮອດປັດຈຸບັນ, ລາຍການອອກອາກາດສົດ ຍາມໃດກໍໄດ້ຈັດຂຶ້ນໃນງານມະໂຫລານກະຈາຍສຽງ. ລາຍການກະຈາຍສຽງໃນຍຸກທັນສະໄໝ ນັບມື້ນັບຕ້ອງເພີ່ມທະວີການຜະລິດລາຍການອອກອາກາດສົດຫຼາຍກວ່າເກົ່າ. ເປົ້າໝາຍຂອງການກະຈາຍສຽງແມ່ນມຸ່ງໄປເຖິງມະຫາຊົນ, ໃກ້ຊິດກັບມະຫາຊົນ, ສ່ອງແສງລົມຫາຍໃຈຂອງຊີວິດ. ເປັນທີ່ຈະແຈ້ງແລ້ວວ່າ, ມີພຽງແຕ່ຜ່ານລາຍການອອກອາກາດສົດ, ພວກເຮົາຈຶ່ງເພີ່ມທະວີການເຂົ້າຮ່ວມຂອງຜູ້ຟັງ ແລະ ເພີ່ມຄວາມດູດດື່ມຂອງລາຍການກະຈາຍສຽງ.”

        ຮອບຊີງຊະນະເລີດລາຍການອອກອາກາດສົດ ໄດ້ດຳເນີນພາຍໃນ 4 ວັນ, ແຕ່ວັນທີ 08 ກໍລະກົດ ຫາວັນທີ 11 ກໍລະກົດ. ບັນດາຜົນງານເຂົ້າຮ່ວມການປະກວດໄດ້ຮັບການຖ່າຍທອດສົດໃນພື້ນຖານສື່ມວນຊົນຫຼາຍປະເພດຂອງວິທະຍຸກະຈາຍສຽງ ຫວຽດນາມ ແລະ ສະຖານີວິທະຍຸທ້ອງຖິ່ນຕ່າງໆຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ