ໄຂຄ້າຍພັກແລ້ງ ຫວຽດນາມ 2019

(VOVWORLD) - "ພວກຂ້າພະເຈົ້າມີຄວາມປາດຖະໜາວ່ານີ້ແມ່ນໂອກາດເພື່ອໃຫ້ພວກນ້ອງ, ເຊິ່ງເປັນລູກເປັນຫຼານຂອງພໍ່ແມ່ພີ່ນ້ອງຊາວ ຫວຽດນາມຂອງ ພວກເຮົາໃນທົ່ວ 5 ທະວີບ ໄດ້ກັບເມືອບ້ານເກີດເມືອງນອນ, ໄດ້ເຫັນປະຈັກຕາການພັດທະນາຂອງບ້ານເກີດເມືອງນອນປະເທດຊາດ"
ໄຂຄ້າຍພັກແລ້ງ ຫວຽດນາມ 2019 - ảnh 1ບັນດາການນຳເຂົ້າຮ່ວມພິທີໄຂຄ້າຍພັກແລ້ງ 

 ຕອນຄ່ຳວັນທີ 12 ກໍລະກົດ, ຢູ່ ແຂວງທ໊າຍງວຽນ, ໄດ້ໄຂຄ້າຍພັກແລ້ງຫວຽດນາມ 2019ໂດຍຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຂຶ້ນກັບກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັບ ຄະນະກຳມະການປະຊາຊົນ ແຂວງ ທ໊າຍງວຽນ ຈັດຕັ້ງ. ກ່າວຄຳເຫັນທີ່ນີ້, ທ່ານ ຫງວຽນຮ່ວາງນຳ, ຮອງຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໃຫ້ຮູ້ວ່າ:

        ພວກຂ້າພະເຈົ້າມີຄວາມປາດຖະໜາວ່ານີ້ແມ່ນໂອກາດເພື່ອໃຫ້ພວກນ້ອງ, ເຊິ່ງເປັນລູກເປັນຫຼານຂອງພໍ່ແມ່ພີ່ນ້ອງຊາວ ຫວຽດນາມຂອງ ພວກເຮົາໃນທົ່ວ 5 ທະວີບ ໄດ້ກັບເມືອບ້ານເກີດເມືອງນອນ, ໄດ້ເຫັນປະຈັກຕາການພັດທະນາຂອງບ້ານເກີດເມືອງນອນປະເທດຊາດ ແລະ ພິເສດແມ່ນພວກນ້ອງຈະໄດ້ຢ້ຽມຊົມ, ຊອກຮູ້ມູນເຊື້ອດ້ານປະຫວັດສາດ, ວັດທະນະທຳ, ວິວັດທະນາການສ້າງສາ ແລະ ປົກປັກຮັກສາ ປະເທດຊາດຂອງ ຊົນ ຫວຽດນາມ, ເຂົ້າຮ່ວມບັນດາການເຄື່ອນໄຫວທີ່ມີລັກສະນະສຶກສາມູນເຊື່ອກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ, ສະແດງຄວາມຮູ້ບຸນຄຸນຕໍ່ບັນພະລຸດ ແລະ ວິລະຊົນແຫ່ງຊາດ… ອາດຈະເວົ້າໄດ້ວ່ານີ້ແມ່ນການເຄື່ອນໄຫວ, ປະສົບການທີ່ລ້ຳຄ່າທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ