(vovworld) – ພິທີສະເຫຼີມສະຫຼອງ 35 ປີແຫ່ງວັນຕັ້ງຄ້າຍພັກແລ້ງ ແທງດາ ແລະ ພິທີໄຂງານຕັ້ງຄ້າຍພັກແລ້ງຄັ້ງທີ 1 ປີ 2013 ໄຂຂຶ້ນໃນຕອນຄຳ່ວັນທີ 3/6, ຢູ່ນະຄອນ ໂຮ່ຈີມິນ. ຜ່ານການຈັດຕັ້ງມາເປັນເວລາ 35 ປີ, ຄ້ານພັກແລ້ງ ໄດ້ຕ້ອນຮັບເດັກນ້ອຍກ່ວາ 92.000 ເທື່ອຄົນເຂົ້າຮ່ວມດ້ວຍບັນດາຮູບແບບດຳເນີນຊີວິດແບບລວມໝູ່, ຝຶກຝົນຫລໍ່ຫລອມວິຖີຊີວິດເພິງຕົນເອງກຸ້ມຕົນເອງ. ປີນີ້, ຄ້າຍພັກແລ້ງ ແທງດາ ດ້ວຍຫົວຂໍ້ “ຄວາມເອກອ້າງທະນົງໃຈຕໍ່ເຂດທະເລໝູ່ເກາະຂອງບ້ານເກີດເມືອງນອນ”, ປະກອບສ່ວນ ເສີມສ້າງຄວາມຮັກຕໍ່ບ້ານເກີດເມືອງນອນ, ປະເທດຊາດ, ຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ, ຜ່ານນັ້ນໄດ້ຝາກຝັງບັນດານ້ຳໃຈຂອງນັກຮຽນເຖິງທະຫານເຮືອພວມປົກປັກຮັກສາເຂດທະເລເກາະຂອງປະເທດຊາດທັງວັນ ແລະ ຄືນ. ນ້ອງ ຮ່າເຕ້ວມິງ, ນັກຮຽນສັງກັດ ໂຮງຮຽນມັດທະຍົມຕອນຕົ້ນ Collette, ໃຫ້ຮູ້ວ່າ:
“ຄ້າຍພັກແລ້ງ ແທງດາ ແມ່ນບ່ອນລ້າຫລີ້ນທີ່ມີປະໂຫຍດທີ່ສະຫງວນໃຫ້ແກ່ອະນຸຊົນ, ເຍົາວະຊົນ, ຊ່ວຍໃຫ້ພວກນ້ອງມີບົດຮຽນໃນຊີວິດໃນອະນາຄົດ. ນອກນັ້ນ, ນ້ອງຍັງມີເພື່ອນຫຼາຍຄົນ, ຖອດຖອນບົດຮຽນຈາກໝູ່, ນ້ອງມ່ວນຊື່ນຫຼາຍຍ້ອນວ່າໄດ້ເປີດກ້ວາງຂອບເຂດການພົວພັນແລກປ່ຽນ. ຍ້ອນວ່າ, ນີ້ແມ່ນບ່ອນລ້າຫລີ້ນທີ່ມີປະໂຫຍດ ແລະ ມີປະສິດທິຜົນຫຼາຍເພື່ອຊ່ວຍໃຫ້ພວກເພື່ອນກາຍເປັນພົນລະເມືອງຜູ້ທີ່ດີຂອງປະເທດຊາດ”