ພິທີໄຂຄ້າຍພັກແລ້ງຫວຽດນາມ 2014
ພາບ:TTXVN
|
(vovworld)- ຕອນຄຳ່ວັນທີ 11/7, ມີຊາວຫນຸ່ມເຍົາວະຊົນຫວຽດນາມ ເກືອບ 170 ຄົນທີ່ອາໄສຢູ່ຫລາຍປະເທດໃນໂລກ ໄດ້ເຕົ້າໂຮມຢູ່ນະຄອນ ຮ້າລອງ ແຂວງ ກວ໋າງນີງ ເພື່ອເຂົ້າຮ່ວມພິທີໄຂຄ້າຍພັກແລ້ງຫວຽດນາມ 2014. ກ່າວຄຳເຫັນນະພິທີ, ທ່ານ ຫງວຽນແທງເຊີນ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ, ຫົວຫນ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ຊີ້ແຈ້ງວ່າ: ຄ້າຍພັກແລ້ງຫວຽດນາມ 2014 ແມ່ນໂອກາດເພື່ອໃຫ້ຊາວຫນຸ່ມເຍົາວະຊົນຫວຽດນາມອາໄສຢູ່ຕ່າງປະເທດ ມີເງື່ອນໄຂໄດ້ສຳພັດ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດກວ່າ, ເຂົ້າໃຈກ່ຽວກັບມູນເຊື້ອຮັກຊາດ, ພື້ນຖານວັດທະນະທຳ, ຄວາມສາມັກຄີຂອງ 54 ຊົນເຜົ່າຫວຽດນາມ, ຜ່ານນັ້ນ ຍົກສູງຄວາມເອກອ້າງທະນົງໃຈ, ຄວາມຮັກຕໍ່ບ້ານເກີດເມືອງນອນ, ປະເທດຊາດຂອງບັນດາຊາວຫນຸ່ມເຍົາວະຊົນຫວຽດນາມທີ່ອາໄສຢູ່ຕ່າງປະເທດ. ຄ້າຍພັກແລ້ງຫວຽດນາມປີ 2014 ຈະດຳເນີນໄປແຕ່ວັນທີ 8-27/7 ດ້ວຍການເຄື່ອນໄຫວຫລາຍຢ່າງທີ່ມີຄວາມໝາຍຢູ່ບັນດາທ້ອງຖິ່ນໃນ 3 ພາກຂອງຫວຽດນາມ.