ໄຂງານ Festival ເດີນກາຕາຍຕືຄັ້ງທີ 1 - ບາກລຽວ 2014
ລາຍການສະແດງສິລະປະໃນພິທີໄຂງານ Festival ເດີນກາຕາຍຕື
ແຫ່ງຊາດຄັ້ງທີ 1 (ພາບ: baomoi.com)
|
(vovworld)-ພິທີໄຂງານ Festival ເດີນກາຕາຍຕືແຫ່ງຊາດຄັ້ງທີ 1 - ບາກລຽວ 2014 ໄດ້ຖືກໄຂຂຶ້ນໃນຕອນຄ່ຳ 25/4 ຢູ່ແຂວງ ບາກລຽວ, ນີ້ແມ່ນໂອກາດເພື່ອໃຫ້ສິລະປະເດີນກາຕາຍຕື ໄດ້ຮັບການຮັບຮອງຈາກ UNESCO ວ່າ ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງເປັນຕົວແທນຂອງມວນມະນຸດ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ, ອະດີດເລຂາທິການໃຫຍ່ພັກກອມູນິດຫວຽດນາມ ເລຂາຟຽວ, ທ່ານຮອງປະທານສະພາແຫ່ງຊາດ ອວງຈຸລິວ, ທ່ານຮອງນາຍົກລັດຖະມົນຕີ ຫວູ້ດຶກດາມ...ໄດ້ເຂົ້າຮ່ວມເຫດການນີ້. ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ ຫວູ້ດຶກດາມ ກ່າວວ່າ :
“ 21 ເຫດການຈະຖືກດຳເນີນໃນຕະຫຼອດເວລາຈັດງານບຸນແຕ່ວັນທີ 24-29/4. ແຂວງ ບາກລຽວ ຈະເຂົ້າຮ່ວມພ້ອມກັບ 20 ແຂວງ, ນະຄອນ ເພື່ອຈັດຕັ້ງງານ Festival ດ້ວຍບັນດາເຄື່ອງດົນຕີພື້ນເມືອງ ແລະ ສຽງຂັບຮ້ອງຂອງບັນດານັກສີລະປີນ ”
ໃນຂອບເຂດງານ Festival ເດີນກາຕາຍຕືແຫ່ງຊາດຄັ້ງທີ 1 - ບາກລຽວ 2014, ຕອນເຊົ້າວັນທີ 26/4, ຢູ່ນະຄອນບາກລຽວ, ກໍໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ແລະ ຮ່ວມສຳພັນພັດທະນາການທ່ອງທ່ຽວຂຶ້ນເພື່ອແນໃສ່ສ້າງບັນດາຜະລິດຕະພັນທ່ອງທ່ຽວໃຫ້ສົມບູນແບບ, ພ້ອມທັງສ້າງສາຍສຳພັນຮ່ວມມືເພື່ອພັດທະນາການທ່ອງທ່ຽວລະຫວ່າງທ້ອງຖິ່ນກັບນະຄອນໂຮ່ຈິມິນ, ບັນດາແຂວງ, ນະຄອນ ເຂດທົງພຽງແມ່ນນ້ຳຂອງ ພາກໃຕ້ຫວຽດນາມ....