ໄຂງານຕະຫຼາດນັດ ທ່ອງທ່ຽວສາກົນ “5 ປະເທດ ຈຸດນັດພົບໜຶ່ງດຽວ”
ງານຕະຫຼາດນັດທ່ອງທ່ຽວສາກົນນະຄອນໂຮ່ຈິມິນ
(ພາບ: baomoi.com)
(vovworld) - ງານຕະຫຼາດນັດທ່ອງທ່ຽວສາກົນນະຄອນໂຮ່ຈິມິນ (ITE HCMC 2013) ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສົມທົບກັບຄະນະກຳມະການປະຊາຊົນນະຄອນໂຮ່ຈິນມິນ ຈັດຕັ້ງ, ໄດ້ໄຂຂຶ້ນໃນຕອນຄໍ່າວັນທີ 11 ກັນຍາ ຢູ່ນະຄອນໂຮ່ຈິມິນ. ດ້ວຍຫົວຂໍ້ທີ່ວ່າ “ສີສັນແມ່ຂອງ”, ພິທີໄຂ້ຖືກຈັດຂຶ້ນຢ່າງສົມກຽດ ດ້ວຍລາຍການສະແດງສິລະປະທີ່ດີເດັນ, ທັງມີສີສັນວັດທະນະທຳຊາດ, ທັງສະແດງໃຫ້ເຫັນນຳໃຈສາມັກຄີມິດຕະພາບລະຫວ່າງ 5 ປະເທດ ລາວ, ມຽນມາ, ກຳປູເຈຍ, ໄທ ແລະ ຫວຽດນາມ. ນີ້ແມ່ນປີທີ 9, ທີ່ງານຕຳຫຼາດນັດທ່ອງທ່ຽວສາກົນ ໄດ້ຮັບການຈັດຕັ້ງຂຶ້ນປະຈຳປີ ຢູ່ນະຄອນໂຮ່ຈິມິນ, ອັນໄດ້ດຶງດູດ 300 ຫົວໜ່ວຍທີ່ມາຈາກ 50 ແຫ່ງທີ່ຂຶ້ນກັບ 17 ປະເທດ ແລະ ເຂດແຄ້ວນເຂົ້າຮ່ວມ. ກ່ຽວກັບຈຸດໃໝ່ໃນງານຕະຫຼາດນັດປີນີ້, ທ່ານ ຫງວຽນບາວແອງ, ຮອງຜູ້ອຳນວນການສູນສົ່ງເສີມທ່ອງທ່ຽວນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ.
“ທີ່ໜຶ່ງແມ່ນແນຳນຳສານໃໝ່ນັ້ນແມ່ນ “5 ປະເທດຈຸດນັດພົບໜຶ່ງດຽວ” ດ້ວຍການຮ່ວມສຳພັນຂອງໄທ ໃນກຸ່ມສຳພັນທະມິດຫວຽດນາມ, ລາວ, ກຳປູເຈຍ, ມຽນມາ. ຄຳຂວັນນີ້ຫັນຖະແຫຼງການວຽງຈັນ, ເຊິ່ງການນຳລັດຖະບານ 5 ປະເທດ ໄດ້ລົງນາມເມື່ອເດືອນ ມີນາ 2013 ຢູ່ລາວເປັນລະອຽດ. ພວກຂ້າພະເຂົ້າສຸມໃສ່ໃຫ້ບຸລິມະສິດປຸກລະດົມ ແລະ ຊຸກຍູ້ບັນດາຕະຫຼາດທ່ອງທ່ຽວສາກົນ, ໃນນັ້ນຈັດຕັ້ງບັນດາກອງປະຊຸມສຳມະນາ ເພື່ອໂຄສະນາທ່າແຮງ, ຄວາມສາມາດບົມຊ້ອນດ້ານການທ່ອງທ່ຽວຂອງ 5 ຈຸດນັດພົບແມ່ນ ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ໃນການຮ່ວມມືທາງການບິນ, ທາງນ້ຳ, ທາງບົກ ຢູ່ບັນດາປະເທດນີ້”.
ກ່ອນໜ້ານັ້ນ, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຮ່ວາງຕ໋ວນແອງ ພ້ອມກັບລັດຖະມົນຕີ 4 ປະເທດ ລາວ, ມຽນມາ, ກຳປູເຈຍ, ໄທ ພ້ອມກັນເຂົ້າຮ່ວມກອງປະຊຸມລັດຖະມົນຕີທ່ອງທ່ຽວ ACMECS (ຍຸດທະສາດຮ່ວມມືດ້ານເສດຖະກິດ Ayayewady - ເຈົ້າພະຍາ - ແມ່ຂອງ) ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວລະຫວ່າງ 5 ປະເທດນີ້.