ໄຂງານບຸນດອກຝາງແດງຄັ້ງທີ4

ໄຂງານບຸນດອກຝາງແດງຄັ້ງທີ4 - ảnh 1
ການ​ສະ​ແດງ​ສິ​ລະ​ປະ​ໃນ​ງານ​ບຸນ
(ພາບ: Minh Đức - TTXVN)


(vovworld) – ງານ​ບຸນດອກ​ຝາງ​ແດງຄັ້ງ​ທີ 4 ດ້ວຍ​ຫົວ​ຂໍ້​ວ່າ “ຫາຍ​ຟ່ອງ - ບົດ​ເພງ​ວິ​ລະ​ຊົນ​ແຫ່ງ 60 ປີ” ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 9/5. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃຫຍ່​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ປົດ​ປ່ອຍ​ນະ​ຄອນ (13/5/1955 – 13/5/2015). ງານ​ບຸນດອກ​ຝາງ​ແດງ​ຄັ້ງ​ທີ 4 ໄດ້​ວາດ​ພາບ​ການ​ຕໍ່​ສູ້​ທີ່​​ອົງ​ອາດ​ກ້າ​ຫານ​ຂອງ​ປະ​ຊາ​ຊົນ​ນະ​ຄອນ ຫາຍ​ຟ່ອງ ໃນການ​ຕໍ່​​ຕ້ານ 2 ຄັ້ງ ແລະ ບັນ​ດາ​ຜົນ​ງານ​ໃນ​ໄລ​ຍະ​ປ່ຽນ​ໃໝ່. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ປະ​ທານ​ຄະ​ນະ​ກ​ຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ຫາຍ​ຟ່ອງ ເລ​ວັນ​ແທ່ງ ຢັ້ງ​ຢືນ​ວ່າ: ດ້ວນ​ຈຸດ​ໝາຍກໍ່​ສ້າງ​ນະ​ຄອນ ຫາຍ​ຟ່ອງ ກາຍ​ເປັນ​ນະ​ຄອນ​ທ່າ​ກຳ​ປັ່ນຂຽວ, ສີ​ວິ​ໄລ, ທັນ​ສະ​ໄໝ, ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ, ຫາຍ​ຟ່ອງ​ສືບ​ຕໍ່​ມີ​ບັນ​ດາ​ການ​ປະ​ຕິ​ຮູບ​ກະ​ໂດດ​ຂັ້ນ, ດຶງ​ດູດ​ບັນ​ດາ​ນັກ​ລົງ​ທຶນ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ສ້າງກ​ົນ​ໄກ​ສະ​ດວ​ກ​ພັດ​ທະ​ນາ​ກາ​ນ​ຜະ​ລິດ ດຳ​ເນີນ​ທຸ​ລະ​ກິດ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ບໍ​ລິ​​ຫານ​ລັດ…



ຂ່າວ/ບົດ​ອື່ນ