ໄຂງານບຸນລະດູບານໃໝ່ໂກນເຊີນ-ກຽບບາກປີ2016
(ທ່ານນາງ ຫງວຽນທິຢວານ ພ້ອມກັບບັນດາຜູ້ແທນ
ສູນກາງຖະຫວາຍທູບທຽນອາໄລຫາ)
(vovworld) - ຕອນເຊົ້າວັນທີ 23/2, ໝາຍເຖິງວັນທີ 16 ເດືອນຈຽງ, ແຂວງ ຫາຍເຢືອງຈັດຕັ້ງພິທີໄຂງານບຸນລະດູບານໃໝ່ ໂກນເຊີນ-ກຽບບາກ ປີ 2016. ທີ່ພິທີໄຂ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ພ້ອມກັບບັນດາຜູ້ແທນສູນກາງ ແລະ ແຂວງ ຫາຍເຢືອງ ໄດ້ຖະຫວາຍທູບທຽນສະເຫຼີມສະຫຼອງ 682 ປີ ແຫ່ງວັນມໍລະນະພາບຂອງພະມະຫາອາຈານ ຮ່ວຽນກວາງ; ມອບໃບຮັບຮອງສີລາເລກ ແງຮືດົ້ງ ຢູ່ວັດ ໂກນເຊີນ ເປັນຊັບສົມບັດອັນລຳ້ຄ່າຂອງຊາດ. ງານບຸນລະດູບານໃໝ່ ໂກນເຊີນ-ກຽບບາກ ປີ 2016 ດຳເນີນແຕ່ວັນທີ 21/2-01/3. ຈຸດໃໝ່ຂອງງານບຸນປີນີ້ແມ່ນຟື້ນຟູພິທີແຫ່ນຳ້, ພາຍຫຼັງຫຼາຍປີຖືກເສື່ອມຫາຍໄປ. ພິທີແຫ່ນຳ້ເພື່ອແນໃສ່ເອົານຳ້ມາສົງພະພຸດ, ມີຄວາມໝາຍພາວະນາຂໍໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ລະດູການເກັບກ່ຽວໄດ້ຮັບຜົນດີ, ປະຊາຊົນມີຊີວິດຢູ່ເຢັນເປັນສຸກ ແລະ ສະແດງໃຫ້ເຫັນຄວາມສະໜິດຕິດພັນ ກໍ່ຄືອາລົມຈິດໃນປະຊາຄົມບ້ານ, ຕາແສງ.