ໄຂງານບຸນວັດທະນະທຳ-ການທ່ອງທ່ຽວຫວຽດນາມ ຢູ່ສເກົາຫຼີ

ໄຂງານບຸນວັດທະນະທຳ-ການທ່ອງທ່ຽວຫວຽດນາມ ຢູ່ສເກົາຫຼີ - ảnh 1

(ພາບປະກອບ)​

( vovworld ) – ຕອນ​ຄ່ຳວັນ​ທີ 8/7, ​ໄດ້ໄຂ​ງານ​ບຸນວັດທະນະທຳ-​ການທ່ອງທ່ຽວ​ຫວຽດນາມ ຢູ່​ສ​ເກົາຫຼີ ຄັ້ງທີ 3 ຂຶ້ນຢູ່​ນະຄອນຫຼວງ​ເຊີ​ອູ​ນ. ​ໃນ​ບົດ​ກ່າວ​ຄຳ​ເຫັນ​ຄຳນັບ​ຊົມ​ເຊີຍ,, ທ່ານ Tran Trong Toan ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ສ​ເກົາຫຼີ ຊີ້​ແຈ້ງວ່າ:  ງານ​ບຸນວັດທະນະທຳ-​ການທ່ອງທ່ຽວ​ຫວຽດນາມ ​ແມ່ນ​ເຫດການ​ມີ​ຄວາມ​ໝາຍສຳຄັນ, ພິ​ເສດ, ​ໃນ​ສະພາບ​ການ​ທີ່​ສອງ​ປະ​ເທດ​ຫວຽດນາມ-​ສ​​ເກົາ​ຫຼີ ພວມ​ຈັດ​ບັນດາ​ການ​ເຄື​ອ່ນ​ໄຫວ​ເພື່ອ​ຜັນ​ຂະຫຍາຍ​ຂໍ້​ຕົກລົງ​ຂອງ​ສອງ​ປະ​ເທດ​ກ່ຽວ​ກັບ “ປີ​ແຫ່ງຄວາມ​ສາມັກຄີ​ຫວຽດນາມ-​ສ​ເກົາຫຼີ 20012“ ​ເພື່ອ​ແນ​ໃສ່​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ (22/12/1992-22/12/2012) ຢ່າງ​ແທດ​ຈິງ. ຕາມ​ທ່ານເອກ​ອັກຄະ​ລັດຖະທູດ​ແລ້ວ, ​ໃນ 20 ປີ​ຜ່ານ​ມາ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ທຸກ​ດ້ານ. ​ໃນ​ສະພາບ​ການ​ນັ້ນ, ຄວາມ​ຮຽກຮ້ອງ​ຕ້ອງການ​ພົບ​ປະ​​ແລກປ່ຽນ​ດ້ານ​ວັດທະນະທຳ ​ແລະ ການທ່ອງທ່ຽວ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ນັ້ນມື້​ນັບ​ເພີ່ມ​ຂຶ້ນ. ປະຊາຊົນ​ຫວຽດນາມ ມີ​ຄວາມ​ນິຍົມ​ຊົມ​ຊອບຟີມ​ຮູບ​ເງົາ, ດົນຕີ, ຊຸດອາພອນ​ສະ​ໄໝ, ອາຫານ​ການ​ກິນ…​ຂອງ​ສ​ເກົາຫຼີ, ພ້ອມ​ກັນນັ້ນ, ບັນດາ​ຮູບ​ການ​ວັດທະນະທຳ, ສິລະ​ປະ​ທີ່​ອຸດົມສົມບູນ​ຂອງ​ຫວຽດນາມ ກໍ່​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ປະຊາຊົນ​ສ​ເກົາຫຼີ. ພິທີ​ໄຂ​ໄດ້​ດຳ​ເນີນ​ໄປ​ດ້ວຍ​ບັນດາ​ລາຍການ​ສະ​ແດງ​ສິລະ​ປະ​ດົນຕີ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດນາມ ​ແລະ ສ​ເກົາຫຼີ ​ໂດຍ​ບັນດາ​ນັກ​ສິລະ​ປິນຫວຽດນາມ ສະ​ແດງ.

 

 

 

 

 

ຂ່າວ/ບົດ​ອື່ນ