ທ່ານ ອວງຈູລືວ ຮອງປະທານສະພາແຫ່ງຊາດ ເຂົ້າຮ່ວມພິທີໄຂ
ງານບຸນວິຫານ ເຈີນ
ພາບ:internet
|
(vovworld) - ຕອນຄຳ່ວັນທີ 12/2, ຢູ່ເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດວິຫານ ແລະ ສຸສານບັນດາເຈົ້າຊີວິດ ເຈີນ ຢູ່ ຕາແສງ ຕຽນດືກ ເມືອງ ຮືງຮ່າ ແຂວງ ທາຍບີງ ໄດ້ໄຂງານບຸນວິຫານ ເຈີນ ປີ 2014 ແລະ ຕ້ອນຮັບຫນັງສືຢັ້ງຢືນງານບຸນວິຫານເຈີນ- ທາຍບີງ ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງລະດັບຊາດ.
ງານບຸນວິຫານເຈີນ ຖືກຈັດຂຶ້ນປະຈຳປີ ແຕ່ວັນທີ 13-18/ເດືອນຈຽງໄລ່ຕາມຈັນທະປະຕິທິນ. ນີ້ແມ່ນໂອກາດເພື່ອໃຫ້ປະຊາຊົນແຂວງ ທາຍບີງ, ນັກທ່ອງທ່ຽວມາຈາກທຸກສາລະທິດຢູ່ພາຍໃນ ແລະ ຕ່າງປະເທດ ມາຖະຫວາຍທູບທຽນອາໄລຫາ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາເຈົ້າຊີວິດ ເຈີນ. ຈຸດພົ້ນເດັ່ນຂອງງານບຸນປີນີ້ ແມ່ນເຕົ້າໂຮມບັນດາມໍລະດົກບໍ່ມີຮູບຮ່າງຕ່າງໆຄື: ພິທີແຫ່ນຳ້, ການແຂ່ງຂັນຕືກປາໃນສະໄຫມລາຊະວົງເຈີນ, ການແຂ່ງຂັນຫໍ່ເຂົ້າຕົ້ມ ແລະ ການລະຫລິ້ນພື້ນເມືອງຕ່າງໆ.ໃນນັ້ນ ພິເສດແມ່ນພິທີໄຂງານບຸນວິຫານເຈີນ ຕິດພັນກັບການປະກາດຫນັງສືຢັ້ງຢືນຂອງລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວວ່າ: ງານບຸນວິຫານເຈີນ ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງລະດັບຊາດ. ທ່ານ ຫງວຽນຈ້ອງງອກ, ຢູ່ ແຂວງທາຍບີງ ໃຫ້ຮູ້ວ່າ: “ ງານບຸນປີນີ້ມ່ວນຫລາຍ. ປະຊາຊົນມາຮ່ວມລ້ວນແຕ່ຮູ້ສຶກເບີກບານມ່ວນຊື່ນ. ເມື່ອທຽບໃສ່ງານບຸນກ່ອນນີ້, ປີນີ້ຄວາມສະຫງົບປອດໄພໄດ້ຮັບການຮັກສາດີກວ່າ.”