ໄຂງານບຸນອາຫານການກິນລາວຄັ້ງທີ10

ໄຂງານບຸນອາຫານການກິນລາວຄັ້ງທີ10 - ảnh 1
ການ​ສະ​ແດງ​ສິ​ລະ​ປະ​ທີ່​ພິ​ທີ​ເປີດ

(vovworld) – ງານ​ບຸນ​ອາ​ຫານ​ການ​ກິນ ລາວ ຄັ້ງ​ທີ 10 ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 29/1, ຢູ່​ສວນ​ສາ​ທາ​ລະ​ນະ ເຈົ້າ​ອະ​ນຸ​ວົງ - ນະ​ຄອນຫຼວງ ວຽງ​ຈັນ. ງານ​ບຸນ​ໂດຍ​ສູ​ນ​ກາງ​ສະ​ຫະ​ພັນ​ແມ່​ຍິງ ລາວ ສົມ​ທົບ​ກັບ​ສະ​ມາ​ຄົມ​ນັກ​ວິ​ສາ​ຫະ​ກິດ​ຍິງ​ລ​າວ​ສົມ​ທົບ​ກັນ​ຈັດ​ຕັ້ງ.      

        ງານ​ບຸນ​ອາ​ຫານ​ການ​ກິນ​ຄັ້ງ​ທີ 10 ຂອງ​ລາວ​ຈັດ​ຕັ້ງ​ແຕ່​ວັນ​ທີ 29 – 31/1 ດ້ວຍ​ການ​ເຄື່ອນ​ໄຫວ​ອຸ​ດົມ​ສົມ​ບຸນ​ຄື: ​ງານ​ວາງ​ສະ​ແດງ​ອາ​ຫານ​ການ​ກິນ, ເຄື່ອງ​ດື່ມ​, ງານ​ວາງ​ສະ​ແດງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ເຄື່ອງ​ສີ​ລະ​ປະ​ຫັດ​ຖະ​ກຳ, ບັນ​ດາ​ຜະ​ລິດ​ຕະ​ພັນ​ໄດ້​ຮັບ​ການ​ປຸງ​ແຕ່ງ​ຕ່າງໆ…

        ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານນາງ ສີ​ລິຄູນ ພູມ​ລາ​ວັນ, ຮອງ​ປະ​ທານ​ສະ​ມາ​ຄົມ​ນັກ​ວິ​ສາ​ຫະ​ກິດ​ຍິງ ລາວ, ໃຫ້​ຮູ້​ວ່າ:

ເທບ​ທ່ານນາງ ສີ​ລິຄູນ ພູມ​ລາ​ວັນ

        ຮ້ານ​ວາງ​ສະ​ແດງ 120 ຮ້ານ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຍິງ​ທີ່​ມາ​ຈາກ​ບັນ​ດາ​ເຂດ​ພາກ​ຕ່າງໆ​ເຂົ້າ​ຮ່ວມ​ງານ​ບຸນ​ອາ​ຫານ​ການ​ກິນ​ປີນີ້. ພິ​ເສດ​ແມ່ນ​ງານ​ບຸນ​ແຕ່ງ​ເຂົ້າ​ປູ້ນ​ໃນ​ງານ​ບຸນ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​​ບັນ​ດາ​ທິມຂອງ 11 ​ໂຮງ​ຮຽນ​ສອນ​ວິ​ຊາ​ຊີບ​ທີ່​ມາ​ຈາກ 10 ແຂວງ​ໃນ​ທົ່ວ​ປະ​ເທດ.

 


ຂ່າວ/ບົດ​ອື່ນ