ໄຂ​ງານ​ບຸນ​ເພື່​ອ​ສັນ​ຕິ​ພາບ​ຢູ່ ແຂວງ ກວ໋າງ​ຈິ

(VOVWORLD) - ຕອນຄ່ຳວັນທີ 6 ກໍລະກົດ, ຢູ່ເຂດຮ່ອງຮອຍສະຖານລະດັບຊາດພິເສດ ສອງຝ່າຍແມ່ນ້ຳ ຮ່ຽນເລືອງ - ເບັ໊ນຫາຍ, ແຂວງກວ໋າງຈິ ຫວຽດນາມ ໄດ້ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ກະຊວງການຕ່າງປະເທດ ຈັດພິທີໄຂງານບຸນເພື່ອສັນຕິພາບ ປີ 2024.
ໄຂ​ງານ​ບຸນ​ເພື່​ອ​ສັນ​ຕິ​ພາບ​ຢູ່ ແຂວງ ກວ໋າງ​ຈິ - ảnh 1ທ່ານນາງ ຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ກ່າວຄຳເຫັນທີ່ພິທີໄຂ (ພາບ: VOV)

ດ້ວຍຫົວຂໍ້ “ຮ່ວມແຮງຮ່ວມໃຈສ້າງໂລກສັນຕິພາບ”, ງານບຸນດັ່ງກ່າວໄດ້ເຊີດຄຸນຄ່າຂອງສັນຕິພາບ, ສົ່ງສານກ່ຽວກັບສັນຕິພາບຂອງປະຊາຊົນ ກວ໋າງຈິ ໃນກະແສຄວາມຄາດຫວັງຂອງຊາດ ຫວຽດນາມ ແລະ ບັນດາຊົນຊາດຮັກຫອມສັນຕິພາບໃນໂລກ.

              ກ່າວຄຳເຫັນໃນງານບຸນ, ຮອງປະທານປະເທດ ຫວຽດນາມ ທ່ານນາງ ຫວໍທິແອັງຊວັນ ຢັ້ງຢືນວ່າ ຜ່ານສົງຄາມມາຫຼາຍຄັ້ງ, ປະຊາຊົນ ຫວຽດນາມ ເຂົ້າໃຈຄຸນຄ່າຂອງສັນຕິພາບຢ່າງເລິກເຊິ່ງ. ຫວຽດນາມ ຍາມໃດກໍມີຄວາມສະເໝີຕົ້ນສະເໝີປາຍກ່ຽວກັບນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຄວາມຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມສາກົນເພື່ອສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາໃນໂລກ.

              ງານບຸນເພື່ອສັນຕິພາບປີ 2024 ຈັດຫຼາຍກິດຈະກຳທີ່ອຸດົມສົມບູນໃນຕະຫຼອດເດືອນ ກໍລະກົດ ເຊັ່ນ ລາຍການສະແດງສິລະປະ,ງານບຸນວັດທະນະທຳ - ອາຫານສາກົນ, ກອງປະຊຸມສຳມະນາ...

ຕອບກັບ

ຂ່າວ/ບົດ​ອື່ນ