ໄຂງານບຸນເສື້ອຍາວ ຢູ່ Festival ເຫ້ວ 2014


ໄຂງານບຸນເສື້ອຍາວ ຢູ່ Festival ເຫ້ວ 2014 - ảnh 1
(
ພາບ: http://dantri.com.vn)

 (vovworld)- ​​ ​ ຕອນ​ຄ່ຳວັນ​ທີ 14/4, ​​ງານ​ບຸນ​ເຊື້ອ​ຍາວດ້ວຍ​ຫົວ​ຂໍ້ “​ໂລກ​ໃນ​ຊຸດເສື້ອ​ຍາວ​ຫວຽ​ດນາມ“ ຊື່​ງ​ແມ່ນ​ຈຸດ​ທີ່ພົນ​ເດັ່ນ​ໃນ Festival ​ເຫ້ວ 2014, ​ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ສະໜາມ​ຫຼວງ ງໍ້​ມົນ. ນາງ​ແບບ 100 ຄົນ ຕາງໜ້າ​ໃຫ້​ນາງ​ສາວ​ຫວຽດນາມ ​ໄດ້​ນຸ່ງ​ຊຸດ​ເສື້ອ​ຍາວ​ແນະນຳ​ຄວາມ​ງາມ​ຂອງ​​ເສື້ອ​ຍາວ​ຫວຽດນາມ ​ກັບ​ແຂກ​ທ່ອງ​ທ່ຽວ​ສາກົນ​ເຂົ້າຮ່ວມ Festival ​ເຫ້ວ ຄັ້ງນີ້​ນັບ​ແສນໆ​ຄົນ. ງານ​ບຸນ​ເສື້ອ​ຍາວ​ປີ​ນີ້​​ໄດ້​ແນະນຳ​ຊຸດເສື້ອ​ຍາວ 600 ​ແບບ​ຂອງ 18 ນັກ​ອອກ​ແບບ​ທີ່​ມາ​ຈາກ 3 ພາກ​ຂອງ​ຫວຽດນາມ.

   ​ແລະ​ ກໍ່​ໃນ​ຕອນ​ຄ່ຳ​ວັນ​ທີ​ 14/4, ​ໄດ້​ໄຂ​ງານ​ມະ​ໂຫລານ​ຟ້ອນ​ສາກົນ​ຄັ້ງທີ 1-​ເຫ້ວປີ 2014 ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ 24 ຄະນະ​ສິລະ​ປະກອນ​ມາ​ຈາກ​ບັນດາ​ເຂດ​ດິນ​ແດນ, ປະ​ເທດ​ຕ່າງໆ​ໃນ​ໂລກ ​ແລະ ບັນດາ​ຄະນະ​ສິລະ​ປະ​ອາຊີບ​ຂອງ​ຫວຽດນາມ. ງານ​ມະ​ໂຫລານ​ຟ້ອນ​ສາກົນ​ຄັ້ງທີ 1-​ເຫ້ວປີ 2014 ​ແມ່ນ​ເຫດການ​ວັດທະນະທຳ​ສິລະ​ປະ​ຂະໜາດໃຫ່ຍຂອງຫວຽດນາມ, ​ແມ່ນ​ໂອກາດ​​ໃຫ້​ບັນດາ​ນັກ​ສິລະ​ປິນ​ຟ້ອນ​ຫວຽດນາມ ສາ​ມາດສຳ​ພັດ, ພົບ​ປະ​ແລ​ກປ່ຽນ, ຮ່ຳຮຽນສິ່ງ​ຍອດ​ຍິ່ງ​ຂອງ​ສິລະ​ປະ​ຟ້ອນ​ສາກົນ, ປ່ຽນ​ໃໝ່​ວິທີ​ປະດິດ​ສ້າງ​ເພື່ອ​ມີ​ບັນດາ​ວາດ​ຟ້ອນ​ເຂັ້ມຄົ້ນ​ໄປ​ດ້ວຍ​ສີສັນ​ຊາດ, ທັນ​ສະ​ໄໝ, ຮັບ​ໃຊ້ຄວາມ​ຕ້ອງການ​ຮັບ​ຊົມ​ສິລະ​ປະ​ຂອງ ປຊຊ ​ໃນ​ໄລຍະ​ໃໝ່./.

ຂ່າວ/ບົດ​ອື່ນ