ໄຂງານບຸນໝາກພ້າວຄັ້ງທີ 4 ແຂວງເບັ໋ນແຈ ປີ 2015

ໄຂງານບຸນໝາກພ້າວຄັ້ງທີ 4 ແຂວງເບັ໋ນແຈ ປີ 2015 - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ກ່າວ​ຄ​ຳ​ເຫັນ​ທີ່​ພິທີ​ໄຂ
(ພາບ: chinhphu.vn)


(vovworld) – ພິທີໄຂ​ງານ​ບຸນ​ໝາກ​ພ້າວຄັ້ງ​ທີ 4 ​ແຂວງ​ເບັ໋ນ​ແຈ ປີ 2015 ຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ຄໍ່າ​ວັນ​ທີ 07/04 ຢູ່​ແຂວງເບັ໋ນ​ແຈ ດ້ວຍ​ຫົວ​ຂໍ້​ວ່າ “ຕົ້ນ​ໝາກພ້າວ​ຫວຽດນາມ ​ເຊື່ອມ​ໂຍງ ​ແລະ ພັດທະນາ”. ງານ​ບຸນ​ໝາກ​ພ້າວ​ຄັ້ງ​ນີ້​ມີ​ບັນດາ​ການ​ເຄື່ອນ​ໄຫວ​ຄື: ວັນ​ບຸນ​ໝູ່​ບ້ານ​ໝາກ​ພ້າວ, ງານ​ວາງສະ​ແດງ​ຜະລິດ​ຕະພັນຈາກ​ໝາກ​ພ້າວ ​ແລະ ງານ​ຕະຫຼາດນັດ​ການ​ຄ້າ, ງານ​ມະ​ໂຫລານ​ອາຫານ​ຈາກໝາກ​ພ້າວ​ທາງ​ພາກ​ໃຕ້… ຈຸດ​ພົ້ນ​ເດັ່ນ​ຂອງ​ງານ​ບຸນ​ຄັ້ງ​ນີ້​ແມ່ນ ວັນ​ບຸນ​ໝູ່​ບ້ານ​ໝາກ​ພ້າວ, ​ເຊິ່ງດຳ​ເນີນ​ໄປ​ໃນ​ 164 ຕາ​ແສງ, ​ເທດ​ສະບານ​ເມືອງ​ໃນ​ທົ່ວ​ແຂວງດ້ວຍ​ເນື້ອ​ໃນ​ທີ່​ອຸດົມສົມ​ບູນ, ພິ​ເສດ​ໄດ້​ຕິດ​ພັນ​ກັບ​ການ​ດຳລົງຊີ​ວິດ​ການອອກ​ແຮງ​ງານ​ຂອງ​ປະຊາຊົນ. ກ່າວ​ຄ​ຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ຕີ​ລາຄາ​ສູງ​ຄວາມ​ໝາຍຂອງ​ງານ​ບຸນ​ໝາກ​ພ້າວ, ທີ່​ຕັ້ງ​ຂອງ​ຕົ້ນ​ໝາກ​ພ້າວເບັ໋ນ​ແຈ ກໍ່​ຄື​ຕົ້ນ​ໝາກ​ພ້າວ​ຂອງ​ຫວຽດນາມ ສ​ຳລັບ​ຊີວິດ​ສັງຄົມ, ​ໃນ​ນັ້ນ​ໄດ້​ເນັ້ນ​ໜັກ​ວ່າ, ​ຕົ້ນ​ໝາກ​ພ້າວໄດ້​ປະກອບສ່ວນ​ຊ່ວຍ​ໃຫ້​ປະຊາຊົນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ ​ແລະ ບືນ​ຕົວ​ຂຶ້ນ​ໃນ​ຊີວິດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ຊີ້​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ອົງກາ​ນສູນ​ກາງ ຕ້ອງ​ເອົາ​ໃຈ​ໃສ່, ໜູນ​ຊ່ວຍ ​ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ຕົ້ນ​ໝາກ​ພ້າວ​ແຂວງເບັ໋ນ​ແຈ ​ກໍ່​ຄື​ທົ່ວ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດທະນາ, ​ໂດຍ​ສະ​ເພາະ​ແມ່ນ​ຍົກ​ສູງ​ຄຸນ​ນະພາ​ບ, ຫັນ​ຜະລິດ​ຕະພັນ​ຈາກ​ໝາກພ້າວ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ສົ່ງ​ເສີມ​ການ​ຄ້າ, ສ້າງ​ເຄື່ອງໝາຍ​ການ​ຄ້າ ​ແລະ ​ເປີດ​ກວ້າງ​ຕະຫຼາດ​ສົ່ງ​ອອກ.

ຂ່າວ/ບົດ​ອື່ນ