ໄຂ“ງານພົບປະແລກປ່ຽນວັດທະນະທຳໂຫ້ຍອານ-ຍີ່ປຸ່ນຄັ້ງທີ13“
(ພາບປະກອບ)
(vovworld) - ຕອນຄຳ່ວັນທີ 29/8, ຢູ່ຄຸ້ມເມືອງເກົ່າ ໂຫ້ຍອານ, ແຂວງ ກວາງນາມ ໄດ້ ໄຂ “ງານພົບປະແລກປ່ຽນວັດທະນະທຳ ໂຫ້ຍອານ - ຍີ່ປຸ່ນ ຄັ້ງທີ 13 ປີ 2015“, ດ້ວຍການເຄື່ອນໄຫວທີ່ເປັນມູນເຊື້ອຕ່າງໆຄື: ແຕ່ງຕົວເປັນບັນດາຕົວລະຄອນໃນຮູບເງົາກະຕຸນຂອງຍີ່ປຸ່ນ, ຕັດເຈ້ຍສິລະປະ Kirigami, ຖ່າຍຮູບເປັນທີ່ລະນຶກກັບເຊື້ອ Yukata, ສິລະປະ Bonsaiຍີ່ປຸ່ນ, ໃນໂອກາດນີ້ຍັງດຳເນີນ “ງານປະກວດສີມືແຮງງານສຳລັບຊ່າງໄມ້ສິລະປະ ໂຫ້ຍອານ - 2015“, ງານບຸນລອຍກະໂທງ. ກ່າວຄວາມເຫັນທີ່ພິທີ, ອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມ ເວົ້າວ່າ:
“ກ່ອນນີ້ 400 ປີ, ນະຄອນ ໂຫ້ຍອານ ມີຊາວຍີ່ປຸ່ນ 1.000 ກວ່າຄົນດຳລົງຊີວິດ. ດ້ວຍປະຫວັດສາດທີ່ເປັນມູນເຊືອມາແຕ່ດົນນານ, ກໍ່ຄືການພົວພັນແລກປ່ຽນຄືດັ່ງກ່າວ, ໂຫ້ຍອານ ໄດ້ຈັດຕັ້ງເຫດການພົວພັນແລກປ່ຽນວັດທະນະທຳ 13 ຄັ້ງ. ນີ້ແມ່ນເທື່ອທີສອງທີ່ຂ້າພະເຈົ້າມາ ໂຫ້ຍອານ, ຂ້າພະເຈົ້າເຫັນວ່າມີແຂກທ່ອງທ່ຽວຍີ່ປຸ່ນຫຼາຍຄົນມາແຫ່ງນີ້ ແລະ ກໍ່ມີວັດທະນະທຳຫຼາຍຢ່າງທີ່ຄ້າຍຄືກັນວັດທະນະທຳຂອງຍີ່ປຸ່ນ. ຂ້າພະເຈົ້າຄິດວ່າພວກເຮົາຄວນພະຍາຍາມຮັກສາ ແລະ ເສີມຂະຫຍາຍສາຍພົວພັນອັນດີງາມນັ້ນ“.