(ພາບປະກອບ)
(vovworld) - ຕອນເຊົ້າວັນທີ 8/9, ງານມະຫາກຳກິລາ Paralympic 2016 ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ສະໜາມກິລາ Maracana, ນະຄອນ Rio de Janeiro (ບຣາຊິນ). ນີ້ແມ່ນງານມະຫາກຳກິລາສຳລັບຄົນພິການຄັ້ງທີ 15. ດ້ວຍຄຳຂວັນທີ່ວ່າ “ຜູ້ໃດກໍ່ມີໝາກຫົວໃຈ“. ງານມະຫາກຳກິລາ ສຸມໃສ່ສ່ອງແສງກ່ຽວກັບມະນຸດ, ບັນດາຄວາມສະເທືອນໃຈ, ຄວາມຫຍຸ້ງຍາກ, ຄວາມສາມັກຄີ, ຄວາມເປັນເອກະລາດ, ຄວາມຮັກແພງມະນຸດດ້ວຍກັນ. ເຂົ້າຮ່ວມງານມະຫາກຳກິລານີ້ມີນັກກິລາ 4000 ກວ່າຄົນ ທີ່ມາຈາກ 160 ປະເທດ ແລະ ເຂດແຄວ້ນ, ເຊິ່ງຈະແຂ່ງຂັນກິລາ 22 ປະເພດ. ຄະນະນັກກິລາ ຫວຽດນາມ ລວມມີ 21 ຄົນ, ໃນນັ້ນມີນັກກິລາລອຍນຳ້ ຫວໍແທງຕຸ່ງ, ຜູ້ເຄີຍຮັບຫຼຽນຄຳ ອາຊີ 5 ຫຼຽນ.