ໄຂ​ງານ​ມະ​ໂຫລາ​ນ ດອກ​ບົວ ເຂດ​ພາກ​ໃຕ້ ປີ 2024

(VOVWORLD) - ທີ່ພິທີ, ບັນດາຜູ້ແທນ ໄດ້ຮັບຊົມບັນດາລາຍການສະແດງສິລະປະ ດ້ວຍຫຼາຍລາຍການສະແດງສິລະປະທີ່ດີເດັ່ນຍ້ອງຍໍສັນລະເສີນພັກ, ປະທານໂຮ່ຈີມິນ, ບ້ານເກີດເມືອງນອນທີ່ສວຍງາມ ແລະ ຄວາມຮັກຕໍ່ປະເທດຊາດ…
ໄຂ​ງານ​ມະ​ໂຫລາ​ນ ດອກ​ບົວ ເຂດ​ພາກ​ໃຕ້ ປີ 2024 - ảnh 1ລາຍການສະແດງສິລະປະ ຢູ່ງານມະໂຫລານ (ພາບ: TTXVN)

ຕອນຄ່ຳວັນທີ 7 ກໍລະກົດ, ຢູ່ນະຄອນ ຕຸຍຮ່ວາ, ແຂວງ ຝູອຽນ ໄດ້ດຳເນີນພິທີໄຂງານມະຫາລານ ດອກບົວ ບັນດາຫໍເຍົາວະຊົນອະນຸຊົນ, ສູນການເຄື່ອນໄຫວຂອງໄວໜຸ່ມເຍົາວະຊົນອະນຸຊົນ ຢູ່ເຂດພາກໃຕ້ ຄັ້ງທີ XXVII ປີ 2024 ດ້ວຍຫົວຂໍ້ “ດອກບົວແຫ່ງດິນແດນຝູອຽນ”. ທີ່ພິທີ, ບັນດາຜູ້ແທນ ໄດ້ຮັບຊົມບັນດາລາຍການສະແດງສິລະປະ ດ້ວຍຫຼາຍລາຍການສະແດງສິລະປະທີ່ດີເດັ່ນຍ້ອງຍໍສັນລະເສີນພັກ, ປະທານໂຮ່ຈີມິນ, ບ້ານເກີດເມືອງນອນທີ່ສວຍງາມ ແລະ ຄວາມຮັກຕໍ່ປະເທດຊາດ…

ງານມະຫາລານ ດອກບົວປີນີ້ໄດ້ດຳເນີນແຕ່ວັນທີ 7 – 10 ກໍລະກົດ 2024 ດ້ວຍການເຂົ້າຮ່ວມຂອງຜູ້ແທນເກືອບ 2000 ຄົນເຊິ່ງແມ່ນພະນັກງານຮັບຜິດຊອບ ແລະ ເຍົາວະຊົນອະນຸຊົນທີ່ມາຈາກ ຫໍເຍົາວະຊົນອະນຸຊົນ, ສູນການເຄື່ອນໄຫວຂອງໄວໜຸ່ມເຍົາວະຊົນອະນຸຊົນ 39 ແຫ່ງຢູ່ບັນດາແຂວງ, ນະຄອນທາງພາກໃຕ້ ແລະ ສູນການເຄື່ອນໄຫວຂອງໄວໜຸ່ມເຍົາວະຊົນອະນຸຊົນ ສອງແຂວງທາງທິດເໜືອແມ່ນ: ແຂວງ ບັກນິງ ແລະ ແຂວງຮ່ານາມ.

ຕອບກັບ

ຂ່າວ/ບົດ​ອື່ນ