ໄຂງານວາງສະແດງ “ປະທານໂຮ່ຈີມິນ ກັບຂະບວນການແຂ່ງຂັນຮັກຊາດ”

(VOVWORLD) - ເອກະສານ, ວັດຖຸພັນກ່ວາ 200 ຢ່າງທີ່ນຳມາວາງສະແດງໄດ້ແນະນຳ ບົດບາດຂອງປະທານໂຮ່ຈີມິນ ໃນການລິເລີ່ມ, ຈັດຕັ້ງ ແລະ ລະດົມກຳລັງໃຈທົ່ວປວງຊົນເຂົ້າຮ່ວມບັນດາຂະບວນການແຂ່ງຂັນຮັກຊາດ.

ງານວາງສະແດງ “ປະທານ ໂຮ່ຈີມິນ ກັບຂະບວນການແຂ່ງຂັນຮັກຊາດ” ໂດຍຫໍພິພິທະພັນ ໂຮ່ຈີມິນ ສົມທົບກົບກົມສຳເນົາເອກະສານ ຫ້ອງການສູນກາງພັກ ຈັດຕັ້ງຖືກໄຂຂຶ້ນໃນວັນທີ 7 ມິຖຸນາ, ຢູ່ຫໍພິພິທະພັນ ໂຮ່ຈີມິນ (ຮ່າໂນ້ຍ), ເນື່ອງໃນໂອກາດສະເຫຼີມສະຫຼອງ 128 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/5/1890 – 19/5/2018), 70 ປີແຫ່ງວັນປະທານ ໂຮ່ຈີມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ (11/6/1948 – 11/6/2018).

        ເອກະສານ, ວັດຖຸພັນກ່ວາ 200 ຢ່າງທີ່ນຳມາວາງສະແດງໄດ້ແນະນຳ ບົດບາດຂອງປະທານໂຮ່ຈີມິນ ໃນການລິເລີ່ມ, ຈັດຕັ້ງ ແລະ ລະດົມກຳລັງໃຈທົ່ວປວງຊົນເຂົ້າຮ່ວມບັນດາຂະບວນການແຂ່ງຂັນຮັກຊາດ. ປະກອບສ່ວນໂຄສະນາ, ສຶກສາອົບຮົມໃຫ້ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບຮັບຮູ້ຢ່າງເລິກເຊິ່ງກ່ຽວກັບທີ່ຕັ້ງ, ບົດບາດ ແລະ ຄຸນປະໂຫຍດຂອງຂະບວນການແຂ່ງຂັນຮັກຊາດໃນໄລຍະປະຕິວັດປະຈຸບັນ; ປຸກລະດົມທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບສືບຕໍ່ຍູ້ແຮງວຽກງານຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ ໄດ້ຢ່າງມີໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ