ໄຂງານວາງສະແດງກ່ຽວກັບຫົວເລື່ອງສະເພາະ “ຫວຽດນາມ - ເອກກະລາດ, ເປັນເຈົ້າການໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງ”

(VOVWORLD) -ງານວາງສະແດງຫົວເລື່ອງສະເພາະ “ຫວຽດນາມ - ເອກກະລາດ, ເປັນເຈົ້າການໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງ” ໄດ້ເປີດປະຕູນັບແຕ່ວັນທີ 30 ສິງຫາ ຫາວັນທີ 30 ທັນວາ 2020 ຈຶ່ງຈະອັດລົງ.
ໄຂງານວາງສະແດງກ່ຽວກັບຫົວເລື່ອງສະເພາະ “ຫວຽດນາມ - ເອກກະລາດ, ເປັນເຈົ້າການໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງ” - ảnh 1 (ງານວາງສະແດງກ່ຽວກັບກັບຫົວເລື່ອງສະເພາະ “ຫວຽດນາມ - ເອກກະລາດ, ເປັນເຈົ້າການໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງ”)

ຕອນເຊົ້າວັນທີ 30 ສິງຫາ, ຢູ່ຫໍພິພິທະພັນໂຮ່ຈີມິນ, ຮ່າໂນ້ຍ ໄດ້ໄຂງານວາງສະແດງກ່ຽວກັບກັບຫົວເລື່ອງສະເພາະ “ຫວຽດນາມ - ເອກກະລາດ, ເປັນເຈົ້າການໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງ”, ເຫດການສະເຫຼີມສະຫຼອງ 75 ປີແຫ່ງວັນປະຕິວັດເດືອນສິງຫາ ບັນລຸຜົນສຳເລັດ (19 ສິງຫາ 1945 – 19 ສິງຫາ 2020) ແລະ ວັນຊາດຫວຽດນາມ (02 ກຸມພາ 1945 – 02 ກຸມພາ 2020). ເຂົ້າຮ່ວມພິທີໄຂງານວາງສະແດງມີທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ, ທ່ານ ເຈິ່ນແທັງເໝີນ, ປະມານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ຜູ້ຕາງໜ້າສະຖານທູດຂອງບັນດາປະເທດຄື: ສະຫະພັດລັດເຊຍ, ຈີນ, ສປປ.ເກົາຫຼີ, ລາວ.

ດ້ວຍເອກະສານ, ພາບຖ່າຍດີເດັ່ນກວ່າ 200 ຢ່າງ, ງານວາງສະແດງຫົວເລື່ອງສະເພາະ “ຫວຽດນາມ - ເອກກະລາດ, ເປັນເຈົ້າການໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງ” ໄດ້ແນະນຳຕໍ່ມວນຊົນເຈດຈຳນົງ, ວິວັດການຕໍ່ສູ້ເພື່ອເອກະລາດຂອງຊາດ, ບັນດາການເສຍສະຫຼະ, ຄວາມລຳບາກກາກກຳຂອງທັງຊາດຫວຽດນາມ ເພື່ອສ້າງສາປະເທດຫວຽດນາມ ໃນປະຈຸບັນ.

ງານວາງສະແດງຫົວເລື່ອງສະເພາະ “ຫວຽດນາມ - ເອກກະລາດ, ເປັນເຈົ້າການໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງ” ໄດ້ເປີດປະຕູນັບແຕ່ວັນທີ 30 ສິງຫາ ຫາວັນທີ 30 ທັນວາ 2020 ຈຶ່ງຈະອັດລົງ.

ເນື່ອງໃນໂອກາດນີ້, ງານວາງສະແດງ “ປະເທດຊາດ, ຊາວອາຊຽນ” ກໍ່ຈະຖືກໄຂຂຶ້ນໃນວັນທີ 01 ກັນຍາ, ຊື່ງຈະນຳມາວາງສະແດງພາບຖ່າຍປະມານ 230 ແຜ່ນ ແລະ ທຸງຊາດຂອງ 10 ປະເທດອາຊຽນ. ບັນດາພາບຖ່າຍໄດ້ຄັດເລືອກຈາກພາບຖ່າຍກວ່າ 10.000 ແຜ່ນຂອງບັນດານັກຖ່າຍຮູບທີ່ມາຈາກ 10 ປະເທດອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ