ທ່ານ ເຈືອງມິງຕ໋ວນ, ລັດຖະມົນຕີຊ່ວຍວ່າການ
ກະຊວງຖະແຫຼງຂ່າວ ແລະ ສື່ສານ
(ພາບ: vietnamnet.vn)
(vovworld) - ຕອນເຊົ້າວັນທີ 10/9, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ໄດ້ໄຂງານວາງສະແດງ-ຕະຫຼາດນັດປື້ມສາກົນຄັ້ງທີ 5 ດ້ວຍຫົວຂໍ້ວ່າ: “ຫວຽດນາມໃນວິວັດແຫ່ງການເຊື່ອມໂຍງ ແລະ ພັດທະນາ“. ເຂົ້າຮ່ວມງານຕະຫຼາດນັດມີ 20 ໂຮງພິມຈຳໜ່າຍໃຫຍ່ທີ່ມີອິດທິພົນຊື່ສຽງຢູ່ຕ່າງປະເທດ ແລະ 100 ຫົວໜ່ວຍເຮັດປຶ້ມພາຍໃນປະເທດ. ກ່າວຄວາມເຫັນທີ່ພິທີໄຂ, ທ່ານ ເຈືອງມິງຕ໋ວນ, ລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ ແລະ ສື່ສານ, ຊີ້ແຈ້ງວ່າ:
“ໃນວິວັດແຫ່ງການເຊື່ອມໂຍງກັບໂລກປະຈຸບັນນີ້, ຂະແໜງພິມຈຳໜ່າຍຫວຽດນາມ, ບໍ່ພຽງແຕ່ພັດທະນາສື່ສິ່ງພິມທີ່ເປັນມູນເຊື້ອເທົ່ານັ້ນ, ຫາກຍັງພັດທະນາສື່ເອເລກໂຕນິກອີກດ້ວຍ, ຕອບສະໜອງຄວາມຕ້ອງການນັບມື້ນັບສູງຂອງສັງຄົມທີ່ທັນສະໄໝ. ດ້ານອື່ນ, ຄວນຊຸກຍູ້ບັນດາການເຄື່ອນໄຫວແນະນຳ, ໂຄສະນາສື່ປະເພດຕ່າງໆຂອງຫວຽດນາມ ອອກຕ່າງປະເທດອີກດ້ວຍ, ເພື່ອໃຫ້ການເຄື່ອນໄຫວພິມຈຳໜ່າຍກາຍເປັນຂົວຕໍ່ລະຫວ່າງປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດກັບບ້ານເກີດເມືອງນອນຢ່າງແທ້ຈິງ“.
ງານວາງສະແດງ-ຕະຫຼາດນັດປື້ມສາກົນຄັ້ງທີ 5 ໄດ້ແນະນຳບັນດາສື່ທີ່ມີຄຸນຄ່າ ແລະ ບັນດາເອກະສານ, ວັດຖຸພັນທີ່ກ່ຽວຂ້ອງ, ເພື່ອແນໃສ່ວາດພາບວິວັດການພັດທະນາຂອງປຶ້ມ ຕິດພັນກັບການພັດທະນາຂອງປະຫວັດແຫ່ງການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດຫວຽດນາມ. ກໍ່ຄືບັນດາຜົນງານເຊິ່ງປະຊາຊົນຫວຽດນາມ ຍາດມາໄດ້ໃນພາລະກິດປ່ຽນໃໝ່.