ໄຂງານວາງສະແດງວິຈິດສິນທັນສະໄໝ ຫວຽດນາມ - ສ ເກົາຫຼີ

ໄຂງານວາງສະແດງວິຈິດສິນທັນສະໄໝ ຫວຽດນາມ - ສ ເກົາຫຼີ - ảnh 1
​ງານ​ວາງສະ​ແດງວິຈິດ​ສິນທັນ​ສະ​ໄໝ ຫວຽດນາມ - ສ ​ເກົາຫຼີ
(ພາບ: laodong.com.vn)

(vovworld) – ພິທີ​ໄຂ​ງານ​ວາງສະ​ແດງ​ພາບ​​ແຕ້ມ ​ຂອງ ວິຈິດ​ສິນ​ທັນ​ສະ​ໄໝ ຫວຽດນາມ ​ແລະ ສ ​ເກົາຫຼີ ຫາ​ກໍ່​ຈັດ​ຕັ້ງ​ຢູ່​ຫໍພິພິທະ​ພັນ​​ເຄື່ອງປັ້ນດິນ​ເຜົາ Han Hyang – lim, ນະຄອນ Paju ຂອງ ສ ​ເກົາຫຼີ. ງານ​ວາງສະ​ແດງ​ໂດຍ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ສ ​ເກົາຫຼີ, ອຳນາດ​ການ​ປົກຄອງ​ນະຄອນ Paju ​ແລະ ສະຖານທູດ ຫວຽດນາມ ປະຈຳ ສ ​ເກົາຫຼີ ສົມທົບ​ກັນ​ຈັດ​ຕັ້ງ. ກ່າວ​ຄຳ​​ເຫັນ​ທີ່​ພິທີ​ໄຂ, ການ​ນຳ​ຫໍພິພິທະ​ພັນ​ເຄື່ອງປັ້ນດິນ​ເຜົາ Han Hyang – lim ຢືນຢັນ​ວ່າ ຜ່ານ​ງານ​ວາງສະ​ແດງ, ຄະນະ​ຈັດ​ຕັ້ງ​ປາດ​ຖະໜາ​ຢາກ​​ແນະນຳໃຫ້​ຜູ້​ຊົມກ່ຽວ​ກັບ​ຫົວຄິດດິດ​ສ້າງ​ດ້ານວັດທະນະທຳ​ສິລະ​ປະ​ໃໝ່​ລະຫວ່າງ ຫວຽດນາມ ​ແລະ ສ ​ເກົາຫຼີ. ທ່ານ​ Lee In – jae, ເຈົ້າ​ຄອງ​ນະຄອນ Paju ຫວັງ​ວ່າງານ​ວາງສະ​ແດງ​ວິຈິດ​ສິນ ສ ​ເກົາຫຼີ ​ - ຫວຽດນາມ ​​ເຊິ່ງ​ໄດ້​ຈັດ​ຂຶ້ນເປັນ​ຄັ້ງ​ທຳ​ອິດ​​ຕັ້ງ​ຢູ່​ນະຄອນ Paju ນັ້ນ​ຈະ​ເປີດ​ສາກໃຫ້ການ​ເຄື່ອນ​ໄຫວ​​ແລກປ່ຽນ​ວັດທະນະທຳ, ສິລະ​ປະ​ຫຼາຍ​ຮູບ​ຫຼາຍ​ແບບ​ລະ​ຫວ່າງ 2 ປະ​ເທດ​ໃນ​ອະນາຄົດ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາຊົນ​ນະຄອນ Paju ​ເວົ້າ​ສະ​ເພາະ ​ແລະ ປະຊາຊົນ ສ ​ເກົາຫຼີ ​ເວົ້າ​ລວມ​ໄດ້​ຮັບ​ຊົມ​ບັນດາພາບ​ແຕ້ມ​ທີ່ທັນ​ສະ​ໄໝ​ຂອງ ຫວຽດນາມ.

    ງານ​ວາງສະ​ແດງ​ຈັດ​ຂຶ້ນ​ແຕ່​ວັນ​ທີ 11 – 26/5. ​ພາຍຫຼັງ​ງານວາງສະ​ແດງນີ້, ຮູບ​ແຕ້ມ​ທັງ​ໝົດ​ຂອງ​ບັນດາ​ນັກ​ຈິດຕະກຳ ຫວຽດນາມ ຈະ​ມອບ​ໃຫ້​ສູນວັດທະນະທຳ ອາຊີ ຂອງ ສ ​ເກົາຫຼີ ​ເຊິ່ງປະຈຸ​ບັນພວມ​ໄດ້​ຮັບ​ການ​ກໍ່ສ້າງ​ຢູ່​ນະຄອນ Gwangju, ທາງ​ພາກ​ກາງ ສ ​ເກົາຫຼີ.

ຂ່າວ/ບົດ​ອື່ນ