ໄຂງານວາງສະແດງຮູບຖ່າຍຜົນງານ 15 ປີເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ

(VOVWORLD) - ນີ້ແມ່ນການເຄື່ອນໄຫວນອນໃນບັນດາເຫດການກ່ຽວກັບສັບປະດາເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ, ໂດຍກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ການຄ້າ) ຈັດຕັ້ງ.

ໄຂງານວາງສະແດງຮູບຖ່າຍຜົນງານ 15 ປີເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ - ảnh 1 ພິທີຕັດແຖບຜ່າໄຂງານວາງສະແດງ

ຕອນເຊົ້າວັນທີ 19 ເມສາ, ຢູ່ຮ່າໂນ້ຍ, ໄດ້ໄຂງານວາງສະແດງຮູບຖ່າຍຜົນງານ 15 ປີເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ. ນີ້ແມ່ນການເຄື່ອນໄຫວນອນໃນບັນດາເຫດການກ່ຽວກັບສັບປະດາເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ, ໂດຍກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ການຄ້າ) ຈັດຕັ້ງ. ດ້ວຍຮູບຖ່າຍ 88 ແຜ່ນທີ່ດີເດັ່ນຂອງບັນດາວິສາຫະກິດບັນລຸເຄື່ອງໝາຍການຄ້າແຫ່ງຊາດ, ງານວາງສະແດງໄດ້ແນະນຳເຖິງປະຊາຄົມ, ບັນດາອົງການສື່ສານ, ບັນດາວິສາຫະກິດກ່ຽວກັບຜະລິດຕະພັນດີເດັ່ນຂອງບັນດາວິສາຫະກິດເຂົ້າຮ່ວມ, ຜ່ານນັ້ນ, ປຸກລຸກຄວາມເອກອ້າງທະນົງໃຈຂອງຊາວ ຫວຽດນາມ ສຳລັບສິນຄ້າ ຫວຽດນາມ.

        ທ່ານ ຫວູບ໋າຟູ໋, ຫົວໜ້າກົມໃຫຍ່ສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ການຄ້າ ໃຫ້ຮູ້ວ່າ: ລາຍການເຄື່ອງໝາຍການຄ້າແຫ່ງຊາດ ພາຍຫຼັງ 15 ປີແຫ່ງການປະຕິບັດໄດ້ຮັບການຕອບສະໜອງຢ່າງສຸດຈິດສຸດໃຈຈາກບັນດາວິສາຫະກິດ. ພາຍຫຼັງການຈັດຕັ້ງມອບລາງວັນ ແລະ ເຊີດຊູບັນດາວິສາຫະກິດທີ່ຍາດໄດ້ລາງວັນເຄື່ອງໝາຍການຄ້າແຫ່ງຊາດເປັນ 5 ຄັ້ງ, ສະຕິຄວາມຮັບຮູ້ຂອງວິສາຫະກິດໃນການສ້າງ, ພັດທະນາ, ບໍລິຫານ ແລະ ປົກປ້ອງເຄື່ອງໝາຍການຄ້າຂອງຕົນໄດ້ຍົກລະດັບຢ່າງຈະແຈ້ງ.

        ງານວາງສະແດງໄດ້ຈັດຕັ້ງຮອດວັນທີ 21 ເມສາ ຈຶ່ງໄດ້ອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ