ໄຂງານວາງສະແດງຮູບຖ່າຍສື່ມວນຊົນ “ ເຈືອງຊາ-ຈຸດນັດພົບ ”
ງານວາງສະແດງຮູບຖ່າຍສື່ມວນຊົນ “ ເຈືອງຊາ-ຈຸດນັດພົບ ” ຂອງນັກຂ່າວ VOV ມີ້ຈາ |
(vovworld)- ແຕ່ວັນທີ 15/10 ຫາວັນທີ 20/10, ຢູ່ຖະໜົນປຶ້ມນະຄອນໂຮ່ຈິມິນ ໄດ້ດຳເນີນງານວາງສະແດງຮູບຖ່າຍສື່ມວນຊົນ “ ເຈືອງຊາ-ຈຸດນັດພົບ ” ຂອງນັກຂ່າວ VOV ມີ້ຈາ. ງານວາງສະແດງລວມມີຮູບຖ່າຍ 70 ແຜ່ນໂດຍນັກຂ່າວມີ້ຈາໄດ້ເລືອກເຟັ້ນເອົາໃນຊຸດຮູບຖ່າຍເມື່ອໄປຢ້ຽມຢາມໝູ່ເກາະ ເຈືອງຊາ ແລະ ເຮືອນຮ້ານ DK1 ເຂດໄຫລ່ທະວີບທາງທິດໃຕ້ຂອງປະເທດຊາດເມື່ອເດືອນ 6/2016. ນັກຂ່າວມີ້ຈາ ໄດ້ບັນທຶກດ້ວຍຮູບຖ່າຍກ່ຽວກັບການດຳລົງຊີວິດຢູ່ ໝູ່ເກາະ ເຈືອງຊາ ແລະ ເຮືອນຮ້ານ DK1.